ກໍຖືວ່າເປັນຂ່າວດີເມື່ອມີຂ່າວລືວ່າ ທີມບານເຕະແຂວງບໍລິຄຳໄຊ ແລະ ຫລວງນ້ຳທາ ມີໂອກາດຈະເຂົ້າຮ່ວມການແຂ່ງຂັນບານເຕະໃນລີກສູງສຸດຂອງ ສປປ ລາວ ຫຼື ລາວລີກ 1 ລະດູການ 2023.
ຢ່າງໃດກໍຕາມ, ຕ້ອງມາລຸ້ນກັນອີກເທື່ອວ່າທັງສອງທີມຈະສາມາດເຂົ້າຮ່ວມໄດ້ແທ້ຫຼືບໍ? ຈະຜ່ານເງື່ອນໄຂບໍ. ຢ່າງໃດກໍຕາມ ສະຫະພັນບານເຕະແຫ່ງຊາດລາວ ແມ່ນໃຫ້ບູລິມະສິດທີມຕ່າງແຂວງຫຼາຍພໍສົມຄວນ ເຊື່ອວ່າ ຖ້າທັງສອງທີມພ້ອມ ກໍຈະໄດ້ເຂົ້າຮ່ວມຢ່າງແນ່ນອນ.
ສໍາລັບ ລາວລີກ 1 ປີ 2022 ມີສະໂມສອນເຂົ້າຮ່ວມທັງໝົດ 7 ທີມ ໃນນັ້ນມີທີມຈາກແຕ່າງແຂວງ 3 ທີມຄື: ແຂວງຫຼວງພະບາງ, ວຽງຈັນ ແລະ ຈໍາປາສັກ ຖ້າຫາກວ່າປີນີ້ໄດ້ອີກ 2 ທີມຈາກຕ່າງແຂວງກໍຈະມ່ວນແນ່ນອນ ເບິ່ງຜົນງານປີທີ່ຜ່ານມາໃນຄລິບລຸ່ມນີ້: