• Sun. May 28th, 2023

Lao Sport Update

ຮອບດ້ານວົງການກິລາ

ໄຟຟ້າ! ເປເຕັມທີ່ຖ້າໃຜໃຫ້ຂໍ້ມູນຜູ້ລັກໃຊ້ໄຟບໍ່ໄດ້ຮັບອະນຸຍາດ

ໄຟຟ້າລາວເປັນວິສາຫະກິດຂອງລັດ ເຮັດພາລະບົດບາດໃນການສະໜອງໄຟຟ້າໃຫ້ປະເທດຊາດ ປະຊາຊົນໄດ້ຊົມໃຊ້ ເງິນທີ່ໄດ້ຈາກທຸລະກິດກໍ່ໝູນໃຊ້ເຂົ້າໃນການບຳລຸງຮັກສາ ແລະນຳໄປພັດທະນາປະເທດຊາດ ສະນັ້ນຈິ່ງຢາກໃຫ້ປະຊາຊົນເຂົ້າໃຈ ແລະເຫັນໃຈຖ້າຢາກນຳໃຊ້ໄຟແມ່ນໃຫ້ດຳເນີນການໃຫ້ຖືກຕ້ອງບໍດັ່ງນັ້ນ ຫາກເພິ່ນສືບຮູ້ຕາມຫຼັງກໍ່ຈະລຳບາກເຮົາ.

No photo description available.

ໃນໂອກາດລາຍງານຢູ່ກອງປະຊຸມກ່ຽວກັບການດຳເນີນທຸລະກິດຂອງລັດວິສາຫະກິດໄຟຟ້າລາວ ຈັດຂຶ້ນໃນວັນທີ 16 ມັງກອນ 2023 ນີ້, ທີ່ສໍານັກງານໃຫຍ່ລັດວິສາຫະກິດໄຟຟ້າລາວ, ນະຄອນຫລວງວຽງຈັນ, ທ່ານ ຈັນທະບູນ ສຸກອາລຸນ, ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ໃຫ້ຮູ້ວ່າ: ການລັກໃຊ້ໄຟຟ້າ ແມ່ນບັນຫາທີ່ບໍ່ໄດ້ເກີດຂຶ້ນສະ ເພາະຢູ່ແຕ່ປະເທດເຮົາ ແຕ່ຢູ່ຕ່າງປະເທດກໍ່ເກີດຂຶ້ນຫລາຍສົມຄວນ, ໃນນີ້ ສະເພາະຢູ່ລາວເຮົາ ໄລຍະຜ່ານມາພະລັງ ງານໄຟຟ້າຕົກເຮ່ຍນອກລະບົບ ແມ່ນບັນຫາໜຶ່ງທີ່ສ້າງຄວາມເສຍຫາຍໃຫ້ແກ່ລັດວິສາຫະກິດໄຟຟ້າລາວຫລາຍສົມຄວນ.

No photo description available.

ບັນຫາການລັກໃຊ້ໄຟຟ້າໂດຍບໍ່ຈ່າຍເງິນ ໄດ້ສ້າງຄວາມເສຍຫາຍຈໍານວນບໍ່ໜ້ອຍ ເຮັດໃຫ້ມາຮອດປັດຈຸບັນ ສາມາດຈັບຜູ້ລັກລອບໃຊ້ໄຟຟ້າໄດ້ຫລາຍກວ່າ 100 ຄະດີ, ໃນນັ້ນ ສັ່ງຟ້ອງສານຕັດສິນໄປແລ້ວ 2 ຄະດີ ໃນຖານຄວາມຜິດໂທດອາຍາຖືກຕັດອິດສະພາບ 6 ເດືອນ, ແຕ່ສານໄດ້ພິຈາລະນາແລ້ວໃຫ້ລໍລົງອາຍາ ຫລື ພາກໂທດໄວ້ ຖ້າເຮັດຜິດຄັ້ງທີສອງຈິ່ງເຂົ້າຄຸກ.

No photo description available.
ທ່ານໃຫ້ຮູ້ຕື່ມວ່າ: ລັດວິສາຫະກິດໄຟຟ້າລາວ ໄດ້ພະຍາຍາມຢ່າງສຸດຄວາມສາມາດເພື່ອແກ້ໄຂບັນຫາການລັກໃຊ້ໄຟຟ້າໂດຍບໍ່ຈ່າຍເງິນ, ໃນນີ້ ລວມເຖີງການໃຫ້ລາງວັນແກ່ຜູ້ທີ່ໃຫ້ຂໍ້ມູນ ຫລື ເບາະແສກ່ຽວກັບການລັກໃຊ້ໄຟຟ້າ ໂດຍໄດ້ກໍານົດວ່າ: ເມື່ອຈັບຜູ້ລັກໃຊ້ໄຟຟ້າໄດ້ແລະມີການປັບໃໝໃນວົງເງິນບໍ່ເກີນ 1 ລ້ານກີບ, ເງິນດັ່ງກ່າວແມ່ນມອບໃຫ້ຜູ້ແຈ້ງຂໍ້ມູນໝົດເລີຍ ຫລື ໃຫ້ 100%.ຖ້າວົງເງິນປັບໃໝບໍ່ເກີນ 10 ລ້ານກີບ ແມ່ນມອບໃຫ້ຜູ້ໃຫ້ຂໍ້ມູນປະມານ 75% ຫລື ຖ້າເງິນປັບໃໝຫລາຍກວ່າ 10 ລ້ານກີບ ແມ່ນຈະມອບໃຫ້ຜູ້ໃຫ້ຂໍ້ມູນ 50%.

No photo description available.

ເຊີ່ງໃນໄລຍະຜ່ານມາ ລັດວິສາຫະກິດໄຟຟ້າລາວ ໄດ້ປັບໃໝຜູ້ລັກໃຊ້ໄຟຟ້າໂດຍບໍ່ຈ່າຍເງິນໄດ້ຫລາຍສິບຕື້ກີບ ເພາະນີ້ຖືເປັນມາດຕະການສໍາຄັນໜຶ່ງເພື່ອແກ້ບັນຫາການລັກໃຊ້ໄຟຟ້າທີ່ເກີດຂຶ້ນໃນປະເທດເຮົາໃຫ້ນັບມື້ຫລຸດລົງ.

 

Leave a Reply

Your email address will not be published. Required fields are marked *