• Wed. May 31st, 2023

Lao Sport Update

ຮອບດ້ານວົງການກິລາ

ໜຸ່ມລາວເກັ່ງ ຊະນະການແຂ່ງຂັນອອກແບບໂລໂກ້ ຈາກຫຼາຍກວ່າ 2000 ໂລໂກ້ ຄວ້າໄດ້ 1 ລ້ານບາດ ພ້ອມຄວາມພູມໃຈກັບບ້ານ

ເອີ້ນໄດ້ວ່າສຸດຍອດອີ່ຫຼີ! ນັກອອກແບບໜຸ່ມນ້ອຍຈາກ ສປປ ລາວ ໄດ້ຮ່ວມແຂ່ງຂັນອອກແບບໂລໂກ້ ສັນຍາລັກ 90 ປີ ຂອງບໍລິສັດ ບຸນລອດ ບຣີເວີລີ ຂອງປະເທດໄທ ໂດຍມີນັກອອກແບບ ສົ່ງຜົນງານຂອງຕົນເຂົ້າປະກວດຫຼາຍກວ່າ 2.000 ໂລໂກ້, ແຕ່ສຸດທ້າຍທາງບໍລິສັດຄັດເລືອກເອົາຜູ້ຊະນະເລີດພຽງໜຶ່ງດຽວ ເຊິ່ງເປັນຜົນງານຂອງ ທ່ານ ອະນຸສອນ ສຸວັນນາໂຊດ ນັກອອກແບບໜຸ່ມນ້ອຍຈາກ ສປປ ລາວ ຮັບເງິນລ້າງວັນ 1.000.000 ບາດ.

ພິທີປະກາດດັ່ງກ່່າວມີຂຶ້ນໃນວັນທີ 7 ກັນຍາ 2022 ຜ່ານເຟສບຸ໊ກເພຈ໌ຂອງ Singha Corporation ໄດ້ປະກາດວ່າ: ຈາກໂລໂກ້ຫຼາຍກ່ວາ 2.000 ໂລໂກ້ ທີ່ສົ່ງເຂົ້າແຂ່ງຂັນ ການອອກແບບ ສັນຍາລັກ 90 ປີ ຂອງບໍລິສັດ ບຸນລອດ ບຣີເວີລີ ຂອງປະເທດໄທ ສາມາດເລືອກໄດ້ໂລໂກ້ຈາກ ທ່ານ ອະນຸສອນ ສຸວັນນາໂຊດ (Anousone Souvannaxoth) ນັກອອກແບບ ຈາກ ສປປ ລາວ ເປັນຜູ້ຊະນະເລີດ ອັນດັບ1 ໄດ້ຮັບເງິນລາງວັນ ຈໍານວນ 1.000.000 ບາດ ສະກຸນເງິນໄທ.

ທ່ານ ອະນຸສອນ ກ່າວຜ່ານເຟສບຸກສ່ວນຕົວວ່າ: “ຂໍຂອບໃຈ ບໍລິສັດ ບຸນລອດ ບີເວີລີ ຈຳກັດ ທີ່ໃຫ້ໂອກາດ ເລືອກໃຊ້ໂລໂກ້ຈາກການອອກແບບຂອງຂ້າພະເຈົ້າໃນການສະເຫລີມສະຫລອງ 90 ປີ 2023 ທີ່ຈະມາເຖິງນີ້.
ຂໍຂອບໃຈໂລໂກ້ຫລັກ ໂລໂກ້ສິງ ທີ່ເປັນແຮງບັນດານໃຈໃນການອອກແບບ, ຂອບໃຈ ທຸກທ່ານທີ່ເປັນກຳລັງໃຈໃຫ້ເປັນແຮງພັກດັນຈົນປະສົບຜົນສຳເຫລັດ ຂອບໃຈທີມການຕະຫລາດບໍລິສັດບຸດລອດ ເອເຈັນຊີຜູ້ຈັດງານ ຄະນະກຳມະການ ຜູ້ຕັດສິນ ໃນການຊ່ວຍເຫລືອຕ້ອນຮັບຢ່າງອົບອຸ່ນ ຈົນໄດ້ຮັບລ້າງວັນໃນຄັ້ງນີ້ ເຊິ່ງເປັນປະສົບການທີ່ຍິ່ງໃຫຍ່ທີ່ສຸດ ໃນຊີວິດ ຈະບໍ່ມີວັນລືມ

ສຸດທ້າຍນີ້ຂະພະເຈົ້າຂໍອວຍພອນໄຊອັນປະເສີດໃຫ້ແກ່ບໍລິສັດບຸນລອດ ບີເວີລີ ຈຳກັດ. ຄະນະຜູ້ບໍລິຫານພ້ອມດ້ວຍພະນັກງານ ຈົ່ງມີຄວາມຜາສຸກ ປະສົບຜົນສຳເລັດໃນວຽກງານທຸກດ້ານ ຂໍໃຫ້ບຸນລອດມີຜະລິດຕະພັນ, ການບໍລິການ, ໂຄງການ ແລະ ອື່ນອື່ນໆພາຍໃນເຄືອບຸນລອດ ເປັນທີ່ຄອງໃຈຜູ້ບໍລິໂພກທັງພາຍໃນປະເທດ ແລະ ຕ່າງປະເທດ ຢູ່ຄຽງຄູ່ກັບສັງຄົມຕະຫລອດໄປ”.

ຂໍ້ມູນ-ພາບ: Anousone Souvannaxoth, ຂ່າວເສດຖະກິດການຄ້າ

Leave a Reply

Your email address will not be published. Required fields are marked *