• Thu. Sep 28th, 2023

Lao Sport Update

ຮອບດ້ານວົງການກິລາ

ສະເປີ ກຽມລົງໂທດ ກອງເຊຍ ຫົວຮ້ອນ ເຕະເຂົ້າທາງຫຼັງຂອງ ຜູ້ຮັກສາປະຕູອາເຊນອລ (ຄລິບ)

ທ໊ອດແນມ ຮ໊ອດສະເປີ ສະໂມສອນຍັກໃຫຍ່ໃນພຣີເມຍລີກ ອັງກິດ ກຽມສືບສວນ ແລະ ລົງໂທດ ແຟນບານຂອງທີມຕົວເອງທີ່ກໍ່ເຫດຮຸນແຮງດ້ວຍການເຕະຫຼັງຂອງ ອາຣອນ ແຣມສ໌ເຣລ ຜູ້ຮັກສາປະຕູຂອງ ອາເຊນອລ ໃນການແຂ່ງຂັນບານເຕະພຣີເມຍລີກ ອັງກິດ ເມື່ອວັນທີ 15 ມັງກອນ 2023 ນັດທີ ອາເຊນອລ ບຸກເອົາຊະນະ ສະເປີ 2-0.

ເຫດການດັ່ງກ່າວ ເກີດຂຶ້ນຕອນທີ່ ຣິຊາຣິຊອນ ຜິດຖຽງກັບ ແຮມສ໌ເຣລ ກ່ອນທີ່ ຜູ້ຮັກສາປະຕູຂອງ ອາເຊນອລ ຈະຍ່າງໄປຫຼັງປະຕູ ເພື່ອໄປກິນນໍ້າ ກ່ອນຖືກແຟນບານຄົນດັ່ງກ່າວເຕະຫຼັງ ລາຍລະອຽດເບິ່ງຄລິບລຸ່ມນີ້

ຫຼ້າສຸດ ສະເປີ ອອກມາຖະແຫຼງການວ່າ: ກໍາລັງປະສານງານກັບເຈົ້າໜ້າທີ່ເພື່ອຄົ້ນຫາຜູ້ກໍ່ເກດມາລົງໂທດລາຍລະອຽດເບິ່ງຄລິບລຸ່ມນີ້

Leave a Reply

Your email address will not be published. Required fields are marked *