ຂໍສະແດງຄວາມເສຍໃຈກັບການສູນເສຍສິລະປະແຫ່ງຊາດ ແມ່ປ້າກອງແສງ ປ້ອງພິມຄຳ ຜູ້ເປັນສິລະປິນ ຜູ້ເປັນຄູ ຜູ້ເປັນຕຳນານ ແຫ່ງການຟ້ອນລຳຂອງລາວເຮົາ ເຊິ່ງເພຈຂອງ “ວາດສະຫນາ ແດນຈຳປາ” ໄດ້ຂຽນລົງໄວ້ວ່າ
ເປັນການສູນເສຍຄັ້ງຍິ່ງໃຫຍ່ໃນວົງການສິລະປະການສະແດງ
.
ສິລະປິນແຫ່ງຊາດ ກອງແສງ ປ້ອງພິມຄຳ
ແມ່ພິມຂອງຊາດ ແມ່ພິມຕົ້ນແບບຂອງການຟ້ອນ ຕໍ່ໄປນີ້ບໍ່ມີອີກແລ້ວຜູ້ຊວນໄປໃສກໍໄປ ບໍ່ມີອີກແລ້ວຜູ້ຍິ້ມນົວຫົວມ່ວນ ຄິດຮອດຕອນໄປປາກຊ່ອງ ຄິດຮອດສະໄໝຮຽນນຳແມ່ ຄິດຮອດ
.
ຂໍໃຫ້ແມ່ໄປເປັນນາງຟ້ານາງສະຫວັນເນີ້ ດ້ວຍຮັກ ແລະ ອາໄລ ຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງກັບຄອບຄົວຂອງແມ່ປ້າເພິ່ນເດີ ຂໍໃຫ້ແມ່ປ້າຈົ່ງໄປດີເຖິງສຸຂະຕິພົບພຸ້ນເດີ ຄຸນງາມຄວາມດີ ບົດຟ້ອນທີ່ໄດ້ຖ່າຍທອດໃຫ້ລູກສິດທົ່ວຟ້າເມືອງລາວ ຈະເບັ່ງບານ ໃຫ້ແມ່ປ້າກອງແສງ ພູມໃຈແລ້ວ…
.
ແລະຂໍຂອບໃຈຮູບພາບຂອງແມ່ປ້າກອງແສງ ປ້ອງພິມຄຳ ຈາກເພຈ : Puangchampa Luang Prabang