• Sat. Dec 9th, 2023

Lao Sport Update

ຮອບດ້ານວົງການກິລາ

ໄທ ຕັດສິນແຊ້ມກັບ ຫວຽດນາມ ຄືນນີ້ໃນການແຂ່ງຂັນບານເຕະຊີງແຊັມອາຊຽນ ຮັບປະກັນຄວາມມັນ

ຄືນນີ້ແລ້ວເຮົາຈະເຮັດວ່າ ທີມຊາດໃດຈະຄອງເບີ 1 ຂອງອາຊຽນ ໃນປີ 2022 ກັບການແຂ່ງຂັນລາຍການໃຫຍ່ທີ່ສຸດໃນພາກພື້ນອາຊຽນລາຍການ AFF Mitsubishi Electric Cup 2022 ໂດຍດັ່ງທີ່ຮູ້ນັດທໍາອິດແມ່ນທີມຊາດ ຫວຽດນາມ ເປີດບ້ານສະເໝີ ໄທ 2-2 ເຮັດໃຫ້ ໄທ ເກັບຄວາມໄດ້ປຽບເລັກໜ້ອຍເພາະຍິງປະຕູນອກບ້ານໄດ້ ( ອະເວໂກ ) ກ່ອນກັບມາແຂ່ງຂັນໃນບ້ານຂອງຕົວເອງໃນຄືນນີ້ວັນທີ 16 ມັງກອນ 2023 ທີ່ສະໜາມທໍາມະສາດ ປະເທດໄທ ເວລາ 19:30 ໂມງ ( ເບິ່ງລາຍລະອຽດທີ່ຄລິບ )

ຮອບຊີງຊະນະເລີດກໍຍັງແຂ່ງຂັນກັນ 2 ນັດ ( ໃນບ້ານ – ນອກບ້ານ ) ເຊັ່ນດຽວກັນຄື:
-ເວລາ 19:30 ໂມງຂອງວັນທີ 13 ມັງກອນ 2023 ທີມຊາດຫວຽດນາມ ເປີດບ້ານຮັບການມາຢາມຂອງ ທີມຊາດໄທ ທີ່ສະໜາມມີດິນ ສະເຕດ້ຽມ ໃນນະຄອນຫຼວງຮາໂນ້ຍ ປະເທດຫວຽດນາມ ໄປເບິ່ງສະຖິຕິນັດນີ້ກ່ອນ (ຜົນນັດທໍາອິດຄລິບລຸ່ມນີ້ )

ສ່ວນນັດທີ 2 ເວລາ 19:30 ໂມງຂອງວັນທີ 16 ມັງກອນ 2023 ທີມຊາດໄທ ເປີດບ້ານຮັບການມາຢາມຂອງ ຫວຽດນາມ ທີ່ສະໜາມທໍາມະສາດ ປະເທດໄທ.

ສໍາລັບ ທີມຊາດໄທ ການເຂົ້າຮອບຊີງຄັ້ງນີ້ເປັນການປ້ອງກັນແຊັມ ແລະ ເປັນການລຸ້ນແຊັມສະໄໝທີ 7 ຕໍ່ຈາກປີ 1996, 2000, 2002, 2014, 2016 ແລະ 2020, ສ່ວນ ຫວຽດນາມ ຜ່ານເຂົ້າຮອບຊີງຄັ້ງນີ້ ເພື່ອລຸ້ນແຊັມສະໄໝທີ 3 ຕໍ່ຈາກປີ 2008 ແລະ 2018.

Leave a Reply

Your email address will not be published. Required fields are marked *