• Thu. Sep 21st, 2023

Lao Sport Update

ຮອບດ້ານວົງການກິລາ

ທະນາຄານ ເອັສທີ ປຸກໃຈ ຢູ 20 ຊຸກຍູ້ເງິນກ້ອນໃຫຍ່ ລຸຍຄັດບານເຕະອາຊີ ທີ່ລາວເປັນເຈົ້າພາບ

ວັນທີ 07 ກັນຍາ 2022 ທີ່ສໍານັກງານໃຫຍ່ທະນາຄານ ເອັສທີ(ST)ຈໍາກັດ ໄດ້ມີພິທີມອບ – ຮັບ ການສະໜັບສະໜູນຫຼັກຈາກທະນາຄານ ເອັສທີຈໍາກັດ ໃຫ້ແກ່ ນັກກິລາ ທີມຊາດລາວ U20 ແລະ ການຈັດການແຂ່ງຂັນບານເຕະຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ( ຮອບຄັດເລືອກ ) ລວມມູນຄ່າຈຳນວນເງິນ 158.000.000 ກີບ.

ເຂົ້າຮ່ວມພິທີລົງນາມເຊັນສັນຍາໃນຄັ້ງນີ້ແມ່ນ ທ່ານ ເອກະລາດ ລັດຕະນະຈານ ຮັກສາການຜູ້ອຳນວຍການ ທະນາຄານ ເອັສທີ ຈຳກັດ ແລະ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການສະຫະພັນບານເຕະແຫ່ງຊາດລາວ ໂດຍຊ້ອງໜ້າບັນດານັກກີລາ ທີມຊາດລາວ, ສື່ມວນຊົນ ແລະ ພາກສ່ວນທີກ່ຽວຂ້ອງ

ຕາຕະລາງແຂ່ງຂັນເບິ່ງຕາມຮູບ:

Leave a Reply

Your email address will not be published. Required fields are marked *