• Tue. Nov 28th, 2023

Lao Sport Update

ຮອບດ້ານວົງການກິລາ

ເປີດໂຕແລ້ວ ຊີຣີຟອມຍັກແຫ່ງປີ 2023 “ຫຼັງພົມແດງ Behind Stage” ເລີ່ມອອກອາກາດ 19 ມັງກອນ ນີ້

ໃນທີ່ສຸດກໍມາຮອດມື້ທີ່ຫຼາຍຄົນກໍາລັງລໍຖ້າ ຊີຣີຟອມຍັກແຫ່ງປີ 2023 “ຫຼັງພົມແດງ Behind Stage” ທີ່ກ່ອນໜ້ານີ້ໄດ້ມີການສະປອຍ ແລະ ຮັບຮູ້ກັນແນ່ຄາວໆແລ້ວວ່າ ເປັນຊີຣີ ດາມ້າ ຕີແຜ່ເບື້ອງຫຼັງຂອງວົງການປະກວດ ກວ່າຈະມາເປັນນາງງາມ ຢືນຢູ່ພົມແດງນັ້ນຕ້ອງເຈີ ພົບພໍ້ ແລະ ຜ່ານຫຍັງມາແນ່

.

ເຊິ່ງຊີຣີເລື່ອງນີ້ແມ່ນຖ່າຍຮອດ ອາລົມ ບົດບາດ ບວກກັບຄວາມມ່ວນຊື່ນໃຫ້ທຸກຄົນໄດ້ຊົມ ອິນ ຟິນ ຊຶ້ງ ມີນໍ້າຕາໄປພ້ອມກັນ

.

ໂດຍໃນວັນທີ 14 ມັງກອນ 2023 ໄດ້ມີພິທີ ເປີດໂຕ ຊີຣີດັ່ງກ່າວຂຶ້ນທີ່ ເມເຈີ ວຽງຈັນເຊັນເຕີ ຊັ້ນ 4 ໂດຍມີບັນດາຜູ້ຈັດ, ຜູ້ກໍາກັບ ແລະ ຜູ້ສ້າງ ພ້ອມທັງຜູ້ສະໜັບສະໜຸນ, ຄົນໃນວົງການບັນເທີງ ແລະ ບັນດາສື່ມ່ວນຊົນເຂົ້າຮ່ວມ

.

.

ບອກເລີຍວ່າພາຍໄດ້ງານນີ້ແມ່ນໄດ້ພົມກັບ ຜູ້ກໍາກັບຢ່າງ ອ້າຍ ແກ້ວຄຸງ ຫຼື ລຸງໜວດທີ່ຫຼາຍຄົນຮູ້ຈັກ, ເອື້ອຍ ດ້າດ້າ ຜູ້ຈັດ ຜູ້ທີ່ຄຸກຄີກບເວທີນາງງາມມາຫຼາຍ 10 ປີ ແລະ ທີມຜູ້ສ້າງ ນໍາໂດຍ ເອື້ອຍ ລີ້ CEO Actionpro laos ນ້ອງໆນັກສະແດງ ທັງໂຕຫຼັກ ບໍ່ວ່າຈະເປັນ ໜຸ່ມ ອາລີ້, ກ້ອດ, ຕ້ອມ ແລະ ສາວ ອາໜິງ, ເມ ວິສຸດາ, ເມ ເມທິນີ, ແອນນາ ແລະ ແອນນີ້ (ອີກ 2 ໜຸ່ມ ໜຸ່ມ ອາຊຸນ ແລະ ວຽງຄໍາ ແມ່ນຕິດພາລະກິດບໍ່ໄດ້ມາຮ່ວມງານ) ພ້ອມດ້ວຍນັກສະແດງສົມທົບຫຼາກຫຼາຍຄົນກັນເລີຍ

ພິເສດຄົນທີ່ໄປຮ່ວມງານຍັງໄດ້ຊົມ EP ທໍາອິດຂອງຊີຣີເລື່ອງນີ້ ບອກເລີຍຈັດເຕັມ ໜ້າຕິດຕາມຕັ້ງແຕ່ EP ທໍາອິດເລີຍລະ ແລະ ແຟນໆສໍາລັບໃຜທີ່ຕິດຕາມຊົມ ແມ່ນຖ້າຊົມໄດ້ທາງເພກ ຫຼັງພົມແດງ Behind Stage The Series ໂດຍຈະເລີ່ມສາຍ EP ທໍາອິດ ໃນວັນທີ 19 ມັງກອນ 2023 ທຸກໆວັນພະຫັດ ເວລາ 19:00 ເປັນຕົ້ນໄປ

.

.

ນັບຖອຍຫຼັງຖ້າຊົມ ແຊເປັນກໍາລັງໃຈໃຫ້ທີມຜູ້ສ້າງ ແລະ ນັກສະແດງທຸກຄົນທີ່ທຸ້ມເທ ແລະ ສ້າງຊີຣີເລື່ອງນີ້ຂຶ້ນມານໍາກັນເດີ້

.

Leave a Reply

Your email address will not be published. Required fields are marked *