ການລໍຄອຍກຽມສິ້ນສຸດສໍາລັບທີມຊາດ ຫວຽດນາມ ກັບ ໄທ ກຽມລົງແຂ່ງຂັນນັດຊີງຊະນະເລີດບານເຕະ ຊີງແຊ້ມອາຊຽນ ຫຼື ຊື່ປັດຈຸບັນແມ່ນ AFF Mitsubishi Electric Cup 2022 ໃນແລງມື້ນີ້ວັນທີ 13 ມັງກອນ 2022 ເປັນນັດທໍາອິດ ແຂ່ງຂັນທີ່ປະເທດຫວຽດນາມ ກ່ອນທີ່ນັດທີ 2 ຈະໄປແຂ່ງຂັນທີ່ປະເທດໄທ ໃນວັນທີ 16 ມັງກອນ 2023 ( ລາຍລະອຽດ ແລະ ຜົນແຂ່ງຂັນຮອບ 4 ທີມເບິ່ງຄລິບລຸ່ມນີ້ )
ເຊິ່ງມື້ນີ້ເຮົາຈະພາໄປແບ່ງຄວາມພ້ອມກ່ອນການແຂ່ງຂັນ ບໍ່ວ່າຈະເປັນ ສະຖິຕິການພົບກັນ, ຄວາມພ້ອມນັກເຕະ ແລະ ນັກເຕະທີ່ໜ້າຕິດຕາມ, ລາຄາປີ້ເຂົ້າຊົມການແຂ່ງຂັນ, ກໍາມະການລົງຕັດສິນ ແລະ ອື່ນໆສາມາດເບິ່ງລາຍລະອຽດໄດ້ທີ່ຄລິບລຸ່ມນີ້
ໃນປະຫວັດສາດການແຂ່ງຂັນບານເຕະຊີງແຊັມອາຊຽນ ຫວຽດນາມ ພົບກັບ ໄທ ໃນຮອບຊີງຊະນະເລີດກຽມຈະເກີດຂຶ້ນອີກຄັ້ງໃນຮອບ 14 ປີ ແລະ ເປັນຄັ້ງທີ 2 ຕໍ່ຈາກປີ 2008 ທີ່ໄດ້ໂຄຈອນມາພົບກັນໃນນັດຊີງຊະນະເລີດ ໂດຍເປັນ ຫວຽດນາມ ຊະນະ ໄທ ດ້ວຍຜົນລວມ 2 ນັດ 3-2 ເຊັ່ນດຽວກັນ ( ນັດທໍາອິດ ຫວຽດນາມ ຊະນະ 2-1 ແລະ ນັດທີ 2 ສະເໝີກັນ 1-1 ) ເຮັດໃຫ້ ຫວຽດນາມ ຄວ້າແຊັມໄປຄອງ.
ສິ່ງໜ້າຮູ້ ທີມຊາດໄທ ກາຍເປັນທີມຊາດທີ່ເຂົ້າຊີງຫຼາຍທີ່ສຸດເຖິງ 9 ຄັ້ງ ແລະ ຄວ້າແຊ້ມໄດ້ຫຼາຍທີ່ສຸດເຖິງ 6 ສະໄໝ 1996, 2000, 2002, 2014, 2016 ແລະ 2020, ສ່ວນທີ່ເຫຼືອແມ່ນໄດ້ຮອງແຊ້ມ 3 ຄັ້ງຄື 2007, 2008 ແລະ 2012
ສ່ວນ ຫວຽດນາມ ເຂົ້າຊີງ 3 ຄັ້ງ ໄດ້ແຊ້ມ 2 ສະໄໝ 2008 ກັບ 2018 ແລະ ໄດ້ຮອງແຊ້ມ 1 ຄັ້ງປີ 1998.