• Sun. Dec 3rd, 2023

Lao Sport Update

ຮອບດ້ານວົງການກິລາ

ສາທຸນໍາ ພຣະໂຕໂນ່ ສ້າງກິດຈະກຳທາງພຸດທະສາສະໜາຫຼາຍກິດຈະກຳ ທີ່ແຂວງຄໍາມ່ວນ ຮ່ວມເອົາບຸນນໍາກັນເດີ້

ໃນລະຫວ່າງວັນທີ 11-13 ມັງກອນ 2023 ພຣະ ໂຕ່ໂນ່ ຄໍາວິໄລສັກ ໄດ້ເດີນທາງມາຈໍາສິນ ຢູ່ທີ່ວັດພຣະທາດສີໂຄດຕະບອງ ເມືອງທ່າແຂກ ແຂວງຄຳມ່ວນ ໂດຍໃນຊ່ວງເວລາທີ່ມາຈຳສິນ ພຣະ ໂຕໂນ່ ພ້ອມດ້ວຍພຣະສົງອື່ນໆ ທັງ ຢູ່ໃນຝັ່ງ ລາວ ແລະ ໄທ ກໍ່ໄດ້ມີກິດຈະກຳຫຼາຍຢ່າງ ເປັນຕົ້ນ: ການສວດມົນໄຫວ້ພຣະ ຢູ່ສິມໃຫຍ່ ທີ່ວັດພຣະທາດສີໂຄດຕະບອງ,

ພ້ອມທັງມີການວຽນທຽນ, ນັ່ງສະມາທິ ແລະ ພິທີໃສ່ບາດ ຢູ່ຕໍ່ໜ້າພຣະທາດສີໂຄດຕະບອງ ເຊິ່ງໃນວັນທີ 13 ມັງກອນ ພະອາຈານ ພ້ອມດ້ວຍພຣະ ໂຕໂນ່ ແລະ ພຣະສົງສຳມະເນນ ຈຳນວນ 16 ອົງ ກໍ່ໄດ້ເດີນທາງມາບິນທະບາດ ຢູ່ຈຸດຫໍຈາລຶກ 21 ມີນາ (ນໍ້າພຸ) ໄປຫາຫໍຫຼັກເມືອງ (ຈຸດວັດນາໂບ)

ໂດຍມີອອກຕົນຍາດໂຍມ ທັງພາຍໃນ ແລະ ຕ່າງປະເທດ ໄດ້ນຳເອົາ ດອກໄມ້, ທູບ, ທຽນ, ເຂົ້າໜົມ ແລະ ປັດໄຈໄສຍະທານຕ່າງໆ ມາຮ່ວມໃສ່ບາດ ສ້າງບຸນສ້າງກຸສົນຮ່ວມກັນ ດ້ວຍໃບໜ້າທີ່ຍິ້ມແຍ້ມແຈ່ມໃສ ແລະ ເບີກບານມ່ວນຊື່ນ ແລະ ໃນຕອນບ່າຍຂອງວັນດຽວກັນ ພຣະອາຈານ

ພ້ອມພຣະ ໂຕໂນ່ ກໍ່ໄດ້ເດີນທາງໄປມອບເຄື່ອງ ເຊິ່ງປະກອບມີ ເຂົ້າຕົ້ມ, ເຂົ້າໜົມ ແລະ ເງິນຈຳນວນໜຶ່ງທີ່ໄດ້ຈາກການບິນທະບາດ ມອບໃຫ້ແກ່ຄູ-ອາຈານ ແລະ ນ້ອງນັກຮຽນ ຢູ່ທີ່ໂຮງຮຽນສາມັນຊົນເຜົ່າ ແຂວງຄຳມ່ວນ ເຊິ່ງເປັນໂຮງຮຽນໄດ້ຮັບເອົາລູກຫຼານຂອງພໍ່ແມ່ປະຊາຊົນຈາກ 10 ຕົວເມືອງໃນທົ່ວແຂວງ ທີ່ເປັນກໍາພ້າ, ກຳພອຍ, ດ້ອຍໂອກາດ ແລະ ຢູ່ຫ່າງໄກສອກຫຼີກ ເຂົ້າມາສຶກສາຮໍ່າຮຽນ ແຕ່ຊັ້ນ ມໍ 1 ເຖິງ ມໍ 7 ໂດຍເປັນນະໂຍບາຍຂອງພັກ ແລະ ລັດຖະບານ ທີ່ສະໜອງເງິນເບ້ຍລ້ຽງໃຫ້ຈຳນວນໜຶ່ງໃນແຕ່ລະເດືອນ.

khammouanenews ແຂວງຄຳມ່ວນ

Leave a Reply

Your email address will not be published. Required fields are marked *