ລິເວີພູລ ສະໂມສອນໃນພຣີເມຍລີກ ອັງກິດ ບຸກໄປເສຍໃຫ້ກັບ ນາໂປລີ 1-4 ນັດທໍາອິດຂອງກຸ່ມ A ໃນລະດູການ 2022-2023 ເຮັດໃຫ້ເສຍແບບໝົດສະພາບຫຼາຍທີ່ສຸດໃນການແຂ່ງຂັນບານເຕະ ຢູຟາ ແຊັມປ້ຽນລີກ.
ເຊິ່ງ ລິເວີິພູລ ຄືທີມຈາກພຣີເມຍລີກ ອັງກິດ ທີ່ເສຍໃນນັດເປີດສະໜາມຂອງ ຢູຟາ ແຊັມປ້ຽນລີກ ຂາດລອຍທີ່ສຸດທຽບເທົ່າກັບ ອາເຊນອລ ໃນສະໄໝທີ່ບຸກໄປເສຍໃຫ້ກັບ ອິນເຕີ ມິລານ 0-3 ໃນລະດູການ 2003-2004.