• Sun. Jun 4th, 2023

Lao Sport Update

ຮອບດ້ານວົງການກິລາ

ຫຼາຍສິ່ງທີ່ທ່ານອາດຍິງບໍ່ຮູ້ກ່ຽວກັບ ນັກເຕະດັງໃນອະດີດຍຸກປີ 2007-2009 “ລໍາເນົາ ສິງໂຕ”

ເມື່ອເວົ້າເຖິງ ລໍາເນົາ ສິງໂຕ ທີມຊາດລາວ ຄົນທຳອິດ ທີ່ໄດ້ລົງຫຼິ້ນຢູ່ໄທລີກ ຫຼື ລີກສູງສຸດຂອງປະເທດໄທ ລວມເຖິງພາທີມຊາດລາວ ສ້າງປະຫວັດສາດທະລຸເຂົ້າຮອບ 4 ທີມສຸດທ້າຍໃນບານເຕະຊາຍ ຊີເກມ ເຊື່ອວ່າຫຼາຍຄົນບໍ່ມີວັນລືມແນ່ນອນ.

ດັ່ງນັ້ນ, ຄລິບໆນີ້ພວກເຮົາຈະພາໄປຮູ້ຈັກກັບນັກເຕະຄົນນີ້ແບບລະອຽດ ເຊື່ອວ່າບາງຢ່າງທ່ານອາດຈະຍັງບໍ່ທັນຮູ້ແນ່ນອນ ໂດຍສະເພາະປັດຈຸບັນເພິ່ນກະຍັງຢູ່ໃນວົງການບານເຕະລາວ ເປັນອີກສ່ວນໜຶ່ງໃນການພັດທະນາວົງການບານເຕະລາວເຮົາ.

-ຈົນມາເຖິງປີ 2009 ຖືກສະໂມສອນຍັກໃຫຍ່ ການໄຟຟ້າ ສ່ວນພູມິພາກ ( ຫຼື ບູຣິຣໍາ ຢູໄນເຕັດ ປັດຈຸບັນ ) ເຈົ້າຂອງແຊ້ມໄທແລນພຣີເມຍລີກ ດຶງໂຕມາຮ່ວມທີມນໍາ ເຮັດໃຫ້ ລໍາເນົາ ກາຍເປັນນັກເຕະລາວຄົນທໍາອິດທີ່ໄດ້ຫຼິ້ນໃນລີກສູງສຸດຂອງປະເທດໄທ (ເບິ່ງຄລິບລະອຽດລຸ່ມນີ້ )

-ຜົນງານກັບທີມຊາດລາວ: ລໍາເນົາ ສິງໂຕ ເປັນນັກເຕະທີ່ມີທັກສະ ແລະ ຄວາມແຂງແກ່ນໃນລະດັບ 1 ຂອງສປປ ລາວ ເລີຍກໍໄດ້ວ່າໃນຍຸກນັ້ນ ລວມທັງມີທັກສະທີ່ໂດດເດັ່ນ ບໍ່ແປກເລີຍທີ່ພາ ທີມຊາດລາວ ຊຸດປີ 2009 ທີ່ມີນັກເຕະເດັ່ນໆຫຼາຍຄົນຂອງພະລັງເຂົ້າໜຽວ ພາທີມຊາດລາວ ສ້າງປະຫວັດສາດເຂົ້າຮອບ 4 ທີມສຸດທ້າຍຂອງຊີເກມ 2009 ທີ່ ສປປ ລາວ ເປັນເຈົ້າພາບໄດ້ຢ່າງຍິ່ງໃຫຍ່ ໂດຍໃນລາຍການດັ່ງກ່າວ ລໍາເນົາ ຍິງໄປ 3 ປະຕູພາທີມຊາດລາວຄື: ເບິ່ງຄລິບລຸ່ມນີ້

ສ່ວນຜົນງານອື່ນໆເບິ່ງໃນຄລິບລຸ່ມນີ້

Leave a Reply

Your email address will not be published. Required fields are marked *