ພາຍຫຼັງທີ່ ສຸກອາພອນ ວົງຈຽງຄໍາ ກອງໜ້າຫົວໜ້າທີມພາ ທີມຊາດລາວ ສະເໝີກັບ ມຽນມາ 2-2 ໃນນັດສຸດທ້າຍຂອງການແຂ່ງຂັນບານເຕະຊີງແຊັມອາຊຽນ ລາຍການ AFF MITSUBISHI ELECTRIC CUP 2022 ເມື່ອທ້າຍປີ 2022 ທີ່ຜ່ານມາ.
ເຮັດໃຫ້ ສຸກອາພອນ ລົງສະໜາມຄົບ 55 ນັດໃຫ້ກັບ ທີມຊາດລາວ ຊຸດໃຫຍ່ ແລະ ຍິງໄປ 15 ປະຕູ ເມື່ອທຽບກັນນັກເຕະໃນແຕ່ລະປະເທດຂອງອາຊຽນ ທີ່ລົງຫຼິ້ນໃຫ້ກັບທີມຊາດຊຸດໃຫຍ່ຫຼາຍທີ່ສຸດ ສຸກອາພອນ ຢູ່ອັນດັບທີ 9 ຈາກຜົນງານລົງສະໜາມໄປ 55 ນັດ ( ລາຍລະອຽດເບິ່ງຄລິບລຸ່ມນີ້ )
ສ່ວນ ອັນດັບ 1 ເປັນຂອງ SOH CHIN ANN ຕໍານານນັກເຕະທີມຊາດມາເລເຊຍ ທີ່ຮັບໃຊ້ທີມຊາດຊຸດໃຫຍ່ໄປແລ້ວ 222 ນັດ, ອັນດັບ 2 DENIEL BENNETT ນັກເຕະອະດີດທີມຊາດສິງກະໂປ ທີ່ຍັງຫຼິ້ນບານເຕະຢູ່ ລົງສະໜາມໃຫ້ທີມຊາດສິງກະໂປ ຊຸດໃຫຍ່ໄປແລ້ວ 146 ນັດ ແລະ ອັນດັບ 3 ກຽດຕິສັກ ເສນາເມືອງ ຕໍານານນັກເຕະໄທ ລົງສະໜາມໃຫ້ທີມຊາດໄທຊຸດໃຫຍ່ 134 ນັດ ທີ່ປັດຈຸບັນຫັນຕົວມາເປັນຄູຝຶກບານເຕະ ຫຼື ຮູ້ຈັກກັນດີໃນນາມ ຊິໂກ້.( ລາຍລະອຽດເບິ່ງຄລິບລຸ່ມນີ້ )
ປະຫວັດ ແລະ ຜົນງານຂອງ ສຸກອາພອນ