ທ່ານໃດທີ່ເຄີຍຂຶ້ນເຄື່ອງຫຼືຂີ່ຍົນຕະຫຼອດຈະຮູ້ດີວ່າ ເຈົ້າໜ້າທີ່ໜ້າດ່ານໃນສະໜາມບິນແມ່ນກວດກາດີເປັນພິເສດ ກ່ຽວກັບສິ່ງທີ່ມີຄວາມສ່ຽງຈະເກີດການລະເບີດໄດ້ ເຖິງຈະກວດດ້ວຍເຄື່ອງສະແກນແລ້ວຍັງມາຢ້ຳຖາມອີກຈຳພວກພາວເວີ້ແບັງຕ່າງໆ ແລະບໍໃຫ້ໂຫຼດໃຕ້ທ້ອງຍົນ ຢ້ານຈະເອົາບໍທັນ.
ຄືກັບເຫດການນີ້ທີ່ເກີດຂຶ້ນຢູ່ໃຕ້ຫວັນ ຖ້ຽວບິນສະກຸດ ສະໜາມບິນເຖົາຢວນ ໄດ້ເກີດເຫດພາວເວີ້ແບັງລະເບີດຢູ່ເທີງຍົນ ເຮັດໃຫ້ຄວັນອອກເປັນພຶກ ຜູ້ໂດຍສານແຕກຕື່ນກັນຍົກໃຫຍ່.
ຂ່າວລາຍງານວ່າສາຍການບິນຂອງສິງກະໂປ Scoot ຖ້ຽວບິນ TR993 ແອບັສ A320 ໃຕ້ຫວັນ-ສິງກະໂປ ເວລາ 19:30 ໂມງ ຂອງວັນທີ 10 ມັງກອນ 2023 ນີ້ເອງ ຢູ່ໆໄດ້ເກີດມີຄວັນອອກໃນຫ້ງຜູ້ໂດຍສານທີ່ຄົຂຶ້ນເຕັມໝົດແລ້ວ.
ຜູ້ຄົນພາກັນແຕກຕື່ນບໍຮູ້ຈະເຮັດແນວໃດ ຂະນະທີ່ຈຸບິນແມ່ນຮີບທຳການປິດໄຟໃນຫ້ອງໂດຍສານ ໃນຂະນະທີ່ເຄື່ອງກຳລັງກຽມຈະຂຶ້ນສູ່ເທິງຟ້າ. ສາເຫດຂອງເຫດການທີ່ເກີດຂຶ້ນຍ້ອນແບັດສຳຮອງມືຖືຜູ້ໂດຍສານລະເບີດ ໃນນັ້ນມີຜູ້ໂດຍສານຊາຍ 2 ຄົນໄດ້ຮັບບາດເຈັບເລັກນ້ອຍ ມີຮອຍຖືກໄຟໄໝ້.
ສ່ວນເຄື່ອງບິນແມ່ນຕ້ອງກັບຄືນໄປທີ່ຫຼຸມຈອດ ແລະບໍລິການສຸກເສີນ ຫຼັງຈາກນັ້ນຈິ່ງກຳນົດການຂຶ້ນບິນຮອບໃໝ່ເວລາ 22:00 ຂອງວັນດຽວກັນ ໂດຍຜູ້ໂດຍສານສອງຄົນທີ່ບາດເຈັບແມານຂຶ້ນເຄື່ອງສູ່ຈຸດໝາຍປາຍທາງ ແຕ່ຜູ້ໂດຍສານອີກ 6 ຄົນແມ່ນປະຕິເສດທີ່ຈະຂຶ້ນເຄື່ອງບິນຖ້ຽວນີ້.