• Thu. Sep 28th, 2023

Lao Sport Update

ຮອບດ້ານວົງການກິລາ

ສິ້ນສຸດການລໍຄອຍ! ສິ່ງໜ້າຮູ້ ຫວຽດນາມ ຊີງກັບ ໄທ ບານເຕະອາຊຽນປີນີ້ ເກີດຂຶ້ນຮອບ 14 ປີ

ທ່ານ ຮູ້ບໍວ່າ ຫວຽດນາມ ກັບ ໄທ ເຄີຍພົບກັນມາແລ້ວໃນນັດຊີງຊະນະເລີດບານເຕະ ຊີງແຊ້ມອາຊຽນ ຫຼື ຊື່ປັດຈຸບັນແມ່ນ AFF Mitsubishi Electric Cup 2022 ໂດຍຄັ້ງນີ້ເປັນການພົບກັນຄັ້ງທີ 2 ໃນຮອບ 14 ປີ ຕ້ອງລຸ້ນເບິ່ງວ່າ ຈະເປັນການຢໍ້າແຄ້ນ ຫຼື ລ້າງແຄ້ນ 13 ກັບ 16 ມັງກອນ 2023 ຮູ້ກັນ.

ດັ່ງທີ່ຮູ້ ທີມຊາດ ຫວຽດນາມ ໄປຕາມນັດໄປເຂົ້າຮອບຊີງຊະນະເລີດພົບກັບ ໄທ ໂດຍຈະແຂ່ງຂັນກັນນັດທໍາອິດວັນທີ 13 ມັງກອນ 2023 ທີ່ປະເທດຫວຽດນາມ ກ່ອນທີ່ນັດທີ 2 ຈະໄປແຂ່ງຂັນທີ່ປະເທດໄທ ໃນວັນທີ 16 ມັງກອນ 2023 ( ລາຍລະອຽດ ແລະ ຜົນແຂ່ງຂັນຮອບ 4 ທີມເບິ່ງຄລິບລຸ່ມນີ້ )

ໃນປະຫວັດສາດການແຂ່ງຂັນບານເຕະຊີງແຊັມອາຊຽນ ຫວຽດນາມ ພົບກັບ ໄທ ໃນຮອບຊີງຊະນະເລີດກຽມຈະເກີດຂຶ້ນອີກຄັ້ງໃນຮອບ 14 ປີ ແລະ ເປັນຄັ້ງທີ 2 ຕໍ່ຈາກປີ 2008 ທີ່ໄດ້ໂຄຈອນມາພົບກັນໃນນັດຊີງຊະນະເລີດ ໂດຍເປັນ ຫວຽດນາມ ຊະນະ ໄທ ດ້ວຍຜົນລວມ 2 ນັດ 3-2 ເຊັ່ນດຽວກັນ ( ນັດທໍາອິດ ຫວຽດນາມ ຊະນະ 2-1 ແລະ ນັດທີ 2 ສະເໝີກັນ 1-1 ) ເຮັດໃຫ້ ຫວຽດນາມ ຄວ້າແຊັມໄປຄອງ.

ສິ່ງໜ້າຮູ້ ທີມຊາດໄທ ກາຍເປັນທີມຊາດທີ່ເຂົ້າຊີງຫຼາຍທີ່ສຸດເຖິງ 9 ຄັ້ງ ແລະ ຄວ້າແຊ້ມໄດ້ຫຼາຍທີ່ສຸດເຖິງ 6 ສະໄໝ 1996, 2000, 2002, 2014, 2016 ແລະ 2020, ສ່ວນທີ່ເຫຼືອແມ່ນໄດ້ຮອງແຊ້ມ 3 ຄັ້ງຄື 2007, 2008 ແລະ 2012


ສ່ວນ ຫວຽດນາມ ເຂົ້າຊີງ 3 ຄັ້ງ ໄດ້ແຊ້ມ 2 ສະໄໝ 2008 ກັບ 2018 ແລະ ໄດ້ຮອງແຊ້ມ 1 ຄັ້ງປີ 1998.

Leave a Reply

Your email address will not be published. Required fields are marked *