ມື້ທີ 8 ມື້ຫ້ອງດຳ
ເປັນອີກມື້ທີ່ປ່າເຢັ້ງຊ່າ ລໍ່ ໃຫ້ຄວາມສຳຄັນ ແລະ ເປັນຄົນຄັດເລືອກຊຸດໃນການໃສ່ຊຸດເຂົ້າຫ້ອງດຳ
ຖືວ່າຊຸດນີ້ ເປັນຊຸດສຳຄັນ ເປັນໂຕບົ່ງບອກເຖິງຕົວຕົນຂອງ ປ່າເຢັ້ງຊ່າ ລໍ່ ເອງ ທີ່ເກີດເປັນຄົນລາວ ຜືນແຜ່ນດິນຂອງປະເທດລາວ ແຕ່ກໍ່ຍັງບໍ່ລືມຕົວຕົນຂອງໂຕເອງ ໃນການເປັນຄົນມົ້ງ ຈື່ງເລີຍໄດ້ແຮງບັນດາໃຈ ກາຍອອກມາເປັນຊຸດນີ້ ໃນມື້ເຂົ້າຫ້ອງດຳ ເຊິ່ງກໍ່ໄດ້ຮັບຄວາມສົນໃຈເປັນຢ່າງດີ ຈາກຕ່າງຊາດ ແລະ ຄະນະກຳມະການ ໃນການຖາມໃນຊຸດທີ່ໃສ່ເຂົ້າໄປ.
.
ນ້ອງປ່າເຢັ້ງຊາ ລໍ່(ນ້ອງປ່າ) ເປັນສາວລາວເຜົ່າມົ້ງຄົນໜຶ່ງທີ່ກຳເນີດເຕີບໃຫຍ່ມາຈາກແຂວງຊຽງຂວາງ ແດນທົ່ງໄຫຫີນ ເພິ່ນມັກຮັກໃນການຮຽນໂດຍສະເພາະແມ່ນຮຽນພາສາອັງກິດ ເພາະນ້ອງເຊື່ອວ່າການທີ່ເຮົາເວົ້າ, ເຂົ້າໃຈ ແລະເກັ່ງໃນພາສາອັງກິດຈະຊ່ວຍໃຫ້ມີອະນາຄົດທີ່ດີໄດ້!
ຕິດພັນກັບການຮຽນແລ້ວ ນ້ອງປ່າຍັງ ນ້ອງເປັນ Co-Founder ຜູ້ຮ່ວມລິເລີ່ມກຸ່ມ HmongWomanNetwork ສ້າງເພື່ອຊ່ວຍເຫຼືອແມ່ຍິງມົ້ງໂດຍສະເພາະເດັກຍິງຢູ່ຊົນນະບົດ ທັງເປັນອາສາສະໝັກຊ່ວຍເຫຼືອຜູ້ຕົກທຸກໄດ້ຍາກເຊັ່ນ: ເດັກກຳພ້າ, ຜູ້ເຖົ້າຜູ້ແກ່, ຜູ້ທີ່ບໍ່ມີທີ່ຢູ່ອາໄສຕື່ມອີກ.
Lao
ເປັນກຳລັງໃຈໃຫ້ເດີເອື້ອຍປ່າງາມກລາຍສູ້ໆ້ດີ