ພີ່ນ້ອງຊາວລາວ ແລະບັນດາແຟນນາງງາມຢ່າລືມໂຫວດໃຫ້ ມິສຢູນີເວີດລາວ ມີໂອກາດສູງຫຼາຍທີ່ຈະໄດ້ໄປຢືນຢູ່ 17 ຄົນສຸດທ້າຍບົນເວທີຈັກກະວານ ຫຼັງຈາກຜົນໂຫວດຫຼ້າສຸດອອກມາ ນ້ອງປ່າເຢັ້ງຊາ ລໍ່ຍັງຂຶ້ນນຳບັນດາສາວງາມທັງ 84 ຄົນຈາກທົ່ວໂລກທີ່ເຂົ້າຮ່ວມ.
ຕາມຂ່າວອັບເດດມາຫຼ້າສຸດນີ້ ບັນດານາງງາມຈາກ 5 ປະເທດໃນອາຊຽນເຮົາຍັງຄົງເປັນກຸ່ມທີ່ມີຄະແນນໂຫຍດຫຼາຍທີ່ສຸດ ໃນນັ້ນ ປ່າເຢັ້ງຊາ ລໍ່ ມິສຢູນີເວີດລາວແມ່ນມີຄະແນນໂຫວດສູງເປັນອັນດັບ1 ຕາມລາຍງານໃນຕອນເຊົ້າວັນທີ 11 ມັງກອນ 2023 ນີ້ ລາວແມ່ນມີຄະແນນຢູ່ 211.150 ດາວ, ຮອງລົງມາຄື ກຳປູເຈຍ 165.545 ດາວ ຕາມມາດ້ວຍ ຟີລິບປິນ 99.478 ດາວ, ອັນດັບທີ4 ມຽນມາ 58.055 ດາວ ແລະປະເທດໄທ 22.655 ດາວ.
ສຳລັບການໂຫວດໃຫ້ມິສຢູນີເວີດນີ້ແມ່ນຈະສິ້ນສຸດລົງເວລາ 18:00 ໂມງຂອງວັນທີ 12 ມັງກອນ 2023 ຕາມເວລາທ້ອງຖິ່ນໃນນິວໂອລິນ ສະຫະລັດອາເມລິກາ.
ຖ້າຫາກວ່າ ຢາກໃຫ້ຕົວແທນຈາກລາວໄດ້ໄປຢືນຢູ່ 17 ຄົນສຸດທ້າຍບົນເວທີຈັກກະວານ ທ່ານຢ່າລືມດາວໂຫຼດແອັບຂອງມິດຢູນີເວີດຂຶ້ນມາແລ້ວໂຫວດຊ່ວຍກັນ ຕອນນີ້ນັບຖອຍຫຼັງອີກພຽງ 20 ປາຍຊົ່ວໂມງເທົ່ານັ້ນກໍຈະໄດ້ຮູ້ຜົນແລ້ວ ຢ່າໃຫ້ເວລາເສຍໄປໂດຍເປົ່າປະໂຫຍດທຸກຄົນ ສຳລັບການໂຫວດແມ່ນປະຕິບັດຕາມນີ້ເລີຍ…..
Lao
Lao