• Thu. Sep 21st, 2023

Lao Sport Update

ຮອບດ້ານວົງການກິລາ

Day 7 ນ້ອງປ່າ ປ່ຽນໃສ່ ຊຸດສີແດງໆ ໃຫ້ມີແຮງສູ້  ຮ່ວມ Gala Dinner ອອກງານຂ້າງນອກ 

ໃນມື້ທີ່7 ປ່າເຢັ້ງຊາ ລໍ່ ມາໃນຊຸດສີເຫລືອງ ສະດຸດຕາ ໃນການຮ່ວມຊ້ອມນຳຫມູ່ເພື່ອນໃນກອງປະກວດໃຫຍ່ Miss Universe 2022

.

ຈາກນັ້ນນ້ອງປ່າ ປ່ຽນໃສ່ ຊຸດສີແດງໆ ໃຫ້ມີແຮງສູ້  ຮ່ວມ Gala Dinner ອອກງານຂ້າງນອກ

ນ້ອງປ່າເຢັ້ງຊາ ລໍ່(ນ້ອງປ່າ)  ເປັນສາວລາວເຜົ່າມົ້ງຄົນໜຶ່ງທີ່ກຳເນີດເຕີບໃຫຍ່ມາຈາກແຂວງຊຽງຂວາງ ແດນທົ່ງໄຫຫີນ ເພິ່ນມັກຮັກໃນການຮຽນໂດຍສະເພາະແມ່ນຮຽນພາສາອັງກິດ ເພາະນ້ອງເຊື່ອວ່າການທີ່ເຮົາເວົ້າ, ເຂົ້າໃຈ ແລະເກັ່ງໃນພາສາອັງກິດຈະຊ່ວຍໃຫ້ມີອະນາຄົດທີ່ດີໄດ້!

ຕິດພັນກັບການຮຽນແລ້ວ ນ້ອງປ່າຍັງ ນ້ອງເປັນ Co-Founder ຜູ້ຮ່ວມລິເລີ່ມກຸ່ມ HmongWomanNetwork ສ້າງເພື່ອຊ່ວຍເຫຼືອແມ່ຍິງມົ້ງໂດຍສະເພາະເດັກຍິງຢູ່ຊົນນະບົດ ທັງເປັນອາສາສະໝັກຊ່ວຍເຫຼືອຜູ້ຕົກທຸກໄດ້ຍາກເຊັ່ນ: ເດັກກຳພ້າ, ຜູ້ເຖົ້າຜູ້ແກ່, ຜູ້ທີ່ບໍ່ມີທີ່ຢູ່ອາໄສຕື່ມອີກ.

ພາບປະທັບໃຈຂອງນ້ອງປ່າເຢັ້ງຊ່າ ລໍ່ Miss Universe Laos 2022 ໄດ້ຖ່າຍຮູບຄູ່ກັບ Harnnaaz Miss Universe 2021

ຢ່າລືມຮ່ວມໂຫວດ ຮ່ວມເຊຍນ້ອງປ່າເຢັ້ງຊາ ລໍ່  ກອງປະກວດໃຫຍ່ ເວທີMiss Universe 2022 ທີ່ສະຫະລັດອາເມຣິກາກັນເດີ

Leave a Reply

Your email address will not be published. Required fields are marked *