• Mon. May 29th, 2023

Lao Sport Update

ຮອບດ້ານວົງການກິລາ

ເປີດໂຮງງານຜະລິດແກັດເຈ້ຍບັນຈຸຜົນຜະລິດກະສິກໍາ ສາມາດຜະລິດເປັນກ່ອງແກັດເຈ້ຍໄດ້ 5.000 ກ່ອງຕໍ່ຊົ່ວໂມງ/ເຄື່ອງຈັກ

ພິທີເປີດໂຮງງານຜະລິດ ແລະ ຈໍາໜ່າຍແກັດເຈ້ຍເພື່່ອບັນຈຸຜົນຜະລິດກະສິກໍາສົ່ງອອກຂອງບໍລິສັດ ສົ່ງເສີມການປູກພືດກະສິກໍາຄົບວົງຈອນ ຂາອອກ-ຂາເຂົ້າ ຈໍາກັດ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 7 ກັນຍາ 2022 ທີ່ບໍລິສັດດັ່ງກ່າວ. ເຂົ້າຮ່ວມເປັນກຽດມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ມີການນໍາຂອງແຂວງ, ການນໍາຂອງເມືອງ ໄຊຍະບູລີ, ມີເຈົ້າເມືອງ 11 ເມືອງ ແລະ ນັກທຸລະກິດ, ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.


ໃນພິທີ ທ່ານ ບົວວິນ ວົງສີ ຄະນະປະທານທີ່ປືກສາ ບໍລິສັດ ສົ່ງເສີມການປູກພືດກະສິກໍາຄົບວົງຈອນ ໄດ້ລາຍງານສະພາບການລົງທືນ ແລະ ແຜນການດໍາເນີນກິດຈະກໍາຂອງໂຮງງານ, ເຊິ່ງໂຮງງານດັ່ງກ່າວຕັ້ງຢູ່ຂອບ ເຂດບ້ານໂນນສະຫວັນ (ຫຼັກ 9) ເມືອງໄຊຍະບູລີ, ການສ້າງໂຮງງານປະກອບມີ: ອາຄານຂອງໂຮງງານ 2 ແຫ່ງ, ກໍ່ສ້າງຫ້ອງການ, ບຸກເບີກສະຖານທີ່, ປັບປຸງເສັ້ນທາງເຂົ້າ, ລະບົບໄຟຟ້າ, ຊື້ເຄື່ອງຈັກຕາມແຜນການຜະລິດ 4 ເຄື່ອງ, ລວມມູນຄ່າການກໍ່ສ້າງຕິດຕັ້ງ ແລະ ຈັດຊື້ວັດຖຸດີບເພື່ອຜະລິດເຈ້ຍທັງໝົດ 46,22 ຕື້ກວ່າກີບ, ສຳລັບສະມັດຕະພາບດ້ານການຜະລິດຖ້າໂຮງງານ ດຳເນີນການຜະລິດເຕັມສະມັດຕະພາບ 1 ເຄື່ອງຈັກ, 1 ຊົ່ວໂມງສາມາດຜະລິດເປັນກ່ອງແກັດເຈ້ຍໄດ້ 5.000 ກ່ອງຕໍ່ຊົ່ວໂມງ; ຖ້າປະກອບສຳເລັດ 4 ເຄື່ອງຈັກຕາມແຜນ 1 ຊົວໂມງຈະໄດ້ປະມານ 20.000 ກ່ອງ.

ເຄື່ອງຈັກສາມາດຜະລິດໄດ້ ຕາມແຕ່ລະຂະໜາດຂອງລູກຄ້າຕ້ອງການໃນນີ້: ແກັດສຳລັບບັນຈຸໝາກໂມ ມີ 8 ຂະໜາດ; ກ່ອງບັນຈຸໝາກກ້ວຍ 8 ຂະໜາດ; ຊຶ່ງໃນແຕ່ລະແກັດ ສາມາດປ້ຳໂລໂກ້, ຊຶ່ຂອງຜະລິດຕະພັນ, ແຫຼ່ງທີ່ມາຂອງຖານການຜະລິດໃສ່ແກັດເຈ້ຍຕາມລູກຄ້າຕ້ອງການ, ນອກນີ້ທາງບໍລິສັດຍັງໄດ້ເນັ້ນການຕະຫຼາດໃນການຊຸກຍູ້ສົ່ງເສີມການປູກພືດກະສິກຳເພື່ອສົ່ງອອກ ໂດຍມີຫຼາຍຜະລິດຕະພັນທີ່ຈະສະໜອງ ແລະ ຈຳໜ່າຍວັດສະດຸຮັບໃຊ້ໃຫ້ແກ່ການຜະລິດ ເພື່ອສະໜອງໃຫ້ນັກລົງທຶນພາຍໃນ ແລະ ຕ່າງປະເທດທີ່ມີຄວາມຕ້ອງການ ເປັນຕົ້ນແມ່ນ: ສະໜອງຜ້າຢາງ, ລະບົບທໍ່ສົ່ງນ້ຳ, ລະບົບຝຸ່ນປຸຍ ແລະ ວິຕາມິນບຳລຸງພືດ ແລະ ອື່ນໆອີກຕາມຄວາມຕ້ອງການຂອງລູກຄ້າ.

ບໍລິສັດສົ່ງເສີມການປູກພືດກະສິກຳ ຄົບວົງຈອນ ໄຊຍະບູລີ ຂາອອກ-ຂາເຂົ້າຈຳກັດ ແມ່ນນອນຢູ່ໃນຮູບແບບການຮ່ວມຫຸ້ນຂອງນັກທຸລະກິດລາວພາຍໃນແຂວງໄຊຍະບູລີ ຮ່ວມທຶນກັບຕ່າງປະເທດ ແລະ ແມ່ນບໍລິສັດລົງທຶນເອກະຊົນ 100%, ຕອນທ້າຍຂອງພິທີແມ່ນໄດ້ມີການລັ່ນຄ້ອງ 9 ບາດ, ຕັດລີບບິນ, ປ່ອຍປູມເປົ້າເພື່ອເປັນສັນຍາລັກໃຫ້ແກ່ພິທີເປີດໂຮງງານຢ່າງເປັນທາງການ ແລະ ໄດ້ເຂົ້າຢ້ຽມຊົມໂຮງງານຕື່ມອີກ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

Leave a Reply

Your email address will not be published. Required fields are marked *