ພະລັງໂຊຊ້ຽວອີກແລ້ວ ຫຼາຍຄົນຄົງເຫັນຂ່າວ ແລະ ແຊ ກ່ຽວກັບ ນັກທ່ອງທ່ຽວຕ່າງປະເທດ ທີ່ເຮັດກະເປົາຕົກເຮ່ຍ ຢູ່ ຜາແດງ ຫຼວງພະບາງ ປະມານ 2 ມື້ກ່ອນ ທີ່ຫຼາຍໆຄົນຊ່ວຍແຊ ແລະ ເຈົ້າໜ້າທີ່ຫຼາຍໆຄົນກໍຊ່ວຍຕາມຫາ ຫຼ້າສຸດ ເຈົ້າຂອງໄດ້ກະເປົາຄືນແລ້ວ ແລະ ຄົນທີ່ເກັບໄດ້ ກໍໄດ້ພົບກັບເຈົເ້າຂອງກະເປົາ ແລະ ສົ່ງຄືນແລ້ວເປັນທີ່ຮຽບຮ້ອບ ໂດຍໄດ້ໂພສວ່າ
.
“ບອກໄດ້ຄຳດຽວເລີຍ ວ່າ ທັງດີໃຈແລະຕື່ນຕັນໃຈ ຂະໜາດ ເລີຍ ທີ່ໄດ້ເຫັນຮອຍຍີ້ມຂອງເອື້ອຍ ເລນດຮາ ຄືນກະເປົາໃຫ້ເຈົ້າຂອງແລ້ວເດີ ຂອບໃຈ ທຸກຄົນເດີ ທີ່ຊ່ວຍແຊ ຂໍໃຫ້ເອື້ອຍເດີນທາງກັບປະເທດ ສະວິດເຊີແລນ🇨🇭ດ້ວຍຄວາມປອດໄພ
‘‘ເງິນຄຳຫາງ່າຍ ນ້ຳໃຈຫາຍາກ’’ ເວລາເຮັດຄວາມດີຢ່າໄປຫວັງສິ່ງຕອບແທນ ເງິນຄຳເປັນຂອງນອກກາຍ ເມື່ອເຖີ່ງເວລາ ຈາກໂລກນີ້ໄປ ມີແຕ່ຄວາມດີ ແລະ ບຸນບາບ ເທົ່ານັ້ນທີ່ຕິດຕົວເຮົາໄປ
I want this world to be full of good things. People are kind and compassionate to human beings Leandra Dahinden🇱🇦🇨🇭”
ສະກຸນນາ ຫຼວງພະບາງ