• Sun. Jun 4th, 2023

Lao Sport Update

ຮອບດ້ານວົງການກິລາ

ເບລ ອາຍຸ 33 ປີ ປະກາດອໍາລາອາຊີບນັກເຕະຢ່າງເປັນທາງການ ກັບຜົນງານ 10 ກວ່າແຊ້ມ

ແກເຣັດ ເບລ ກອງໜ້າທີມຊາດເວລສ໌ ປະກາດອໍາລາອາຊີບນັກເຕະຢ່າງເປັນທາງການ ໃນວັນທີ 9 ມັງກອນ 2023 ປິດສາກເສັ້ນທາງດັ່ງກ່າວດ້ວຍອາຍຸ 33 ປີ.

ເບລ ຜົນງານໂດດເດັ່ນທີ່ສຸດຕອນຢູ່ກັບ ຣີລ ມາດຣິດ ຄວ້າແຊັມ ລາລີກາ ສະເປນ 3 ສະໄໝ, ຢູຟາ ແຊ້ມປ້ຽນລີກ 5 ສະໄໝ ແລະລາຍການອື່ນໆອີກຫຼາຍໆລາຍການ 10 ກວ່າແຊ້ມ ( ລາຍລະອຽດເບິ່ງຄລິບລຸ່ມນີ້ )

ສ່ວນໃນທີມຊາດ ເບລ ຮັບໃຊ້ທີມຊາດຕັ້ງແຕ່ປີ 2006, ລົງຫຼິ້ນທັງໝົດ 111 ນັດ, ຍິງໄດ້ 44 ປະຕູ ຄອງສະຖິຕິການລົງຫຼິ້ນຫຼາຍທີ່ສຸດ ແລະ ຍິງປະຕູຫຼາຍທີ່ສຸດຕະຫຼອດການຂອງທີມຊາດ.

Leave a Reply

Your email address will not be published. Required fields are marked *