ວັນທີ 4 ມັງກອນ 2023 ກອງບັນຊາການທະຫານແຂວງສາລະວັນ ໄດ້ສໍາເລັດບັ້ນອົບຮົມ-ຫັດແອບຊ້ອມຮົບປະສານສຽງແຕກ ຍິງລູກປືນແທ້ ປະຈໍາປີ 2022 ໃຫ້ໜຶ່ງກອງຮ້ອຍທີ່ຂຶ້ນກັບກອງພັນ16 ແລະ ໜຶ່ງໝວດຕີພິເສດກອງພັນ459 ທະຫານແຂວງ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ພູວັນ ພິມມະຈັນ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີສະຫາຍ ພັນເອກ ສໍາລີ ແກ້ວວົງສອງ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງ, ມີຕາງໜ້າບັນດາ ກົມກອງທີ່ກ່ຽວຂ້ອງ ແລະ ພະນັກງານ-ນັກຮົບ ທົ່ວກອງພັນ16 ແລະ ໜຶ່ງໝວດຕີພິເສດກອງພັນ459ເຂົ້າຮ່ວມ.
ສະຫາຍ ພັນໂທ ບົວໄລ ພົງສະຫວັດ ຄະນະພັກຮາກຖານ ຮອງຫົວໜ້າຫ້ອງເສນາທິການທະຫານແຂວງ ທັງເປັນຄະຊີ້ນຳການຊ້ອມຮົບໃນຄັ້ງນີ້ ໄດ້ລາຍງານວ່າ: ຕະຫຼອດໄລຍະຂອງການອົບ ຮົມ-ຫັດແອບຊ້ອມຮົບປະສານ ສຽງແຕກ ຍິງລູກປືນແທ້ ສາມຂັ້ນຝ່າຍດຽວ ເລີ່ມແຕ່ ວັນທີ 1- 5 ມັງກອນ 2023 ຜ່ານມາ ໄດ້ແບ່ງອອກເປັນສອງພາກຄື: ການຫັດແອບ-ຊ້ອມຮົບເທິງແຜນທີ່ ແລະ ກາມຫັດແອບພາກສະໜາມຕົວຈິງ, ການຫັດແອບຢູ່ ພາກສະໜາມແມ່ນໄດ້ປະຕິບັດຄ້າຍຄືກັນກັບການອອກສູ້ຮົບຢູ່ສະໜາມຕົວຈິງ, ໂດຍມີການປະຕິບັດເຄື່ອນກໍາລັງອອກຈາກທີ່ ຕັ້ງເຂົ້າສູ່ເຂດເຕົ້າໂຮມປິດລັບ, ອອກຈາກເຂດເຕົ້າໂຮມປິດລັບສູ່ ສະໜາມບຸກຕີ.
ໄດ້ຫັດແອບ ລົງເລິກໃສ່ລໍາດັບການບັນຊາ ຂອງຂັ້ນກອງຮ້ອຍ, ຂັ້ນໝວດ ແລະ ຂັ້ນໝູ່ ໃນນັ້ນໄດ້ໃຫ້ແຕ່ລະ ຂັ້ນປະຕິບັດຂັ້ນຕອນຄາດກະແຜນການສູ້ຮົບ, ສືບສະໜາມ, ວາງແຜນການຕັດສິນໃຈ ແລະ ແຕ້ມແຜນຮ່າງສູ້ຮົບເທິງແຜນທີ່, ເຊິ່ງເຫັນໄດ້ວ່າແຕ່ລະພາກສ່ວນ ສາມາດກໍາແໜ້ນໄດ້ແຕ່ລະບາດກ້າວຂອງວຽກງານເສນາທິການ, ສາມາດກໍາແໜ້ນພູມີປະເທດ ແລະ ຮູ້ໝູນໃຊ້ພາຫະນະສູ້ຮົບຈັດວາງເທດເໝາະກັບສະໜາມຕົວຈິງ. ຜ່ານການອົບຮົມ-ຫັດແອບຜ່ານມາເຫັນວ່ານາຍ ແລະ ພົນທະຫານທຸກພາກສ່ວນມີບົດຮຽນ ແລະ ກຳໄດ້ທຸກບາດກ້າວການເຄື່ອນໄຫວຕົວຈິງຂອງ ການເຄື່ອນທັບດີພໍສົມຄວນ, ທັງສາມາດຮັບປະກັນຄວາມປອດໄພໄດ້ໃນການປະສານສຽງແຕກ ສາມາດດັບສູນເປົ້າ ໝາຍໄດ້ຕາມຄາດໝາຍ ແລະ ຮັກສາຄວາມປອດໄພໄດ້ 100%.
ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ພູວັນ ພິມມະຈັນ ກໍໄດ້ ສະແດງຄວາມຊົມເຊີຍຢ່າງສູງຕໍ່ ຜົນສໍາເລັດໃນການອົບຮົມ-ຫັດແອບຊ້ອມຮົບປະສານສຽງແຕກ ຂອງກອງພັນ 16 ແລະ ໜຶ່ງໝວດຕີພິເສດກອງພັນ 459 ໃນຄັ້ງນີ້ ເຫັນວ່າຄົບຖ້ວນຕາມລໍາດັບຂອງຜູ້ບັນຊາ, ມີຄວາມຕັດສິນໃຈຂອງຄະນະພັກ-ຄະນະບັນຊາ ຈຶ່ງເຮັດໃຫ້ການຫັດແອບຄັ້ງນີ້ໄດ້ຮັບປະສິດທິຜົນສູງ. ພ້ອມນີ້ ສະຫາຍ ປະທານຍັງໄດ້ຮຽກຮ້ອງໃຫ້ນາຍ ແລະ ພົນທະຫານ ຈົ່ງພ້ອມກັນນໍາເອົາບົດຮຽນນີ້ໄປຜັນຂະຫຍາຍໃຫ້ດີຂຶ້ນ ເປັນກ້າວໆ, ພ້ອມກັນດັດແກ້ສິ່ງທີ່ບົກຜ່ອງ, ກໍາແໜ້ນບັນດາບາດກ້າວບັນຊາຕາມວິຊາສະເພາະ, ພ້ອມກັນພັດທະນາ ກົມກອງໄປຕາມຍຸກສະໄໝ ໃຫ້ສົມກັບເປັນກົມກອງແນວໜ້າຂອງກອງບັນຊາການທະຫານແຂວງສາລະວັນ.
ພາບ-ຂ່າວ: ສຸຂາວພອນ ສອນນາລີ