• Sat. Sep 30th, 2023

Lao Sport Update

ຮອບດ້ານວົງການກິລາ

ຫງຽນ ທຽນ ລິນ ຍິງຄົນດຽວ 2 ປະຕູພາຫວຽດນາມ ເຂົ້າຮອບຊີງເປັນທີມທໍາອິດ

ຫຼງຽນ ທຽນ ລິນ ກອງໜ້າຕົວເກັ່ງຂອງ ທີມຊາດຫວຽດນາມ ຍິງຄົນດຽວ 2 ປະຕູພາທີມເອົາຊະນະ ອິນໂດເນເຊຍ 2-0 ໃນການແຂ່ງຂັນບານເຕະ AFF Mitsubishi Electric Cup 2022 ຮອບ 4 ທີມສຸດທ້າຍນັດທີ 2 ໃນວັນທີ 9 ມັງກອນ 2023.

ຜົນດັ່ງກ່າວ ເຮັດໃຫ້ ຫວຽດນາມ ເອົາຊະນະ ອິນໂດເຊຍ ດ້ວຍຜົນລວມ 2 ນັດຊະນະໄປ 2-0 ຫຼັງຈາກນັດທໍາອິດ ສະເໝີກັນ 0-0 ເຮັດໃຫ້ ຫວຽດນາມ ຜ່ານເຂົ້າຮອບຊີງງເປັນທີມທໍາອິດ ໄປລໍຖ້າພົບ ທີມຊະນະລະຫວ່າງ ໄທ ຫຼື ມາເລເຊຍ ທີ່ຈະແຂ່ງຂັນຮອບ 4 ທີມສຸດທ້າຍນັດທີ 2 ທີ່ປະເທດໄທ ໃນວັນທີ 10 ມັງກອນ 2023 ຫຼັງນັດທໍາອິດ ມາເລເຊຍ ຊະນະໃນບ້ານ 1-0.

ໂດຍນັດຊີງຊະນະເລີດ ຈະແຂ່ງຂັນ 2 ນັດນັດທໍາອິດ 13 ມັງກອນ 2023 ແລະ ນັດທີ 2 ໃນວັນທີ 16 ມັງກອນ 2023 (ຂໍ້ມູນເພີ່ມຕື່ມເບິ່ງທີ່ຄລິບ)

Leave a Reply

Your email address will not be published. Required fields are marked *