ບ່າວວິນ ວິມລ່ຽມ ພໍ່ຄ້າອອນລາຍ ເນັດໄອດໍຜູ້ຄອງໃຈພີ່ນ້ອງຊາວລາວ ແລະຊາວໄທເປັນຈຳນວນຫຼວງຫຼາຍ ຫວ່າງກີ້ນີ້ຫາກໍ່ໄປທ່ຽວຢຸູ່ຕ່າງປະເທດ ພັກຜ່ອນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຢູ່ຫຼາຍສະຖານທີ່ສວຍງາມ.
ແຕ່ກໍ່ເກີດເລື່ອງຈົນໄດ້ ບ່າວວິນຕ້ອງບິນກັບດ່ວນເພື່ອແກ້ໄຂສະຖານະການ ບໍ່ໃຫ້ບັນດາລູກຄ້າ ແລະແຟນໆທີ່ຕິດຕາມຕຈ້ອງເສຍຫາຍໄປຫຼາຍກວ່ານີ້
ໂດຍບ່າວວິນເລົ່າວ່າ ມີດສາຊີບຢູ່ເມືອງໄທແມ່ນໄດ້ເອົາຄລິບຕອນທີ່ເພິ່ນແຈກໂອໂຟນໄປຕັດຕໍ່ແລ້ວສ້າງເພຈາປອມຂຶ້ນມາ ຫຼັງຈາກນັ້ນກໍ່ມີຄົນໄປຫຼົງເຊື່ອຊື້ເຄື່ອງນຳ, ທັງໂອນເງິນທີ່ມິດສາຊີບອ້າງວ່າ ຖືກລາງວັນໄດ້ຮັບໄອໂຟນແຕ່ຕ້ອງຈ່າຍເງິນຄ່າສົ່ງ, ຄ່າພາສີ ຄ່ານັ້ນນີ້ຫຼາຍລາຍການ ແລະມີຜູ້ຫຼົງໂອນໄປເປັນຈຳນວນຫຼາຍ.
ບ່າວວິນບອກອີກວ່າ ພວກມິດສາຊີບນີ້ແມ່ນໄດ້ສ້າງເພຈປອມມາບັກຫຼາຍໆເປັນຮ້ອຍເປັນ 1000 ເພຈ ໄປກົດຣີພອດຈັ່ງໃດກໍບໍໝົດຈັກເທື່ອ ຈິ່ງຢາກຝາກເຕືອນທຸກຄົນຢ່າໄປເຊື່ອຄົນງ່າຍໆ.
ບ່າວວິນສະແດງຈຸດຢືນທີ່ຊັດເຈນວ່າ ຖ້າເປັນວິນແຈກຄືແຈກຈະບໍໄດ້ເສຍເງິນຄ່ານັ້ນນີ້ໃດໆທັ້ງສິ້ນ ແລະຊື່ບັນຊີການໂອນເງິນ ຂອງວິນເອງກໍມີແຕ່ບັນຊີລາວບັນຊີດຽວເທົ່ານັ້ນ ຖ້າເປັນນາຍນັ້ນ ນາງສາວນີ້ຖືວ່າເປັນມິດສາຊີບຫາກິນແລ້ວຈົ່ງຢ່າໄປຫຼົງເຊື່ອ.
ນອກຈາກບ່າວວິນຈະອອກມາເຕືອນລູກຄ້າ ແລະເອັຟຊີແລ້ວ ຍັງໄດ້ໄປແຈ້ງຄວາມທີ່ປະເທດໄທເປັນທີ່ຮຽບຮ້ອຍແລ້ວ ພ້ອມຈະດຳເນີນການໃຫ້ເຖິງທີ່ສຸດ
ສ່ວນຜູ້ເສຍເງິນໃຫ້ມິດສາຊີບແລ້ວໃຫ້ໄປແຈ້ງຄວາມຕໍ່ເຈົ້າໜ້າທີ່ດ່ວນ ແລະຂໍໃຫ້ສັງເກດດີໆເວລາໂອນເງິນ ເພື່ອບໍຕົກເປັນເຫຍື່ອຂອງມິດສາຊີບອີກ.