• Fri. Dec 1st, 2023

Lao Sport Update

ຮອບດ້ານວົງການກິລາ

ເປີດເສັ້ນທາງໜຸ່ມ ບິກເອັມ 9 ປີໃນຊ່ອງ 7 ກ່ອນຖືກຢຸດຕິສັນຍາ

ບິກເອມັນັກສະແດງພະເອກມາດເຂັ້ມທີ່ທຸກຄົນເຄີຍເຫັນຜົນງານເພິ່ນມາຕະຫຼອດຜ່ານລະຄອນຊ່ອງ 7 ຂອງໄທ ແລະເພິ່ນເອງຫາກໍ່ເດີນທາງມາລາວ ເພື່ອເຮັດບຸນ ແຕ່ກໍໄດ້ຂ່າວໜ້າເສົ້າທີ່ຕອນນີ້ຊ່ອງ7 ໄດ້ປະກາດຢຸດຕິສັນຍາກັບພະເອກໜຸ່ມໄປແລ້ວ.

May be a closeup of 1 person, standing and indoor
ມື້ນີ້ແອັດພາມາສ່ອງເສັ້ນທາງສາຍບັນເທິງ 9 ປີທີ່ຢູ່ກັບຊ່ອງ 7ກັນດີກວ່າ ເພື່ອຜູ້ທີ່ເປັນແຟນຄັບຂອງເພິ່ນໄດ້ຮູ້ຈັກຕົວຕົນຂອໜຸ່ມບີກເອັມໃຫ້ຫຼາຍຂຶ້ື້ນ ທັງເປັນການເຕືອນສະຕິທຸກຄົນຢ່າໄດ້ເຊື່ອຫຍັງໂດຍງ່າຍໆ.

May be an image of 1 person

ສຳລັບບີກເອັມ ເປັນລູກຫຼານຊາວອີສານ ທີ່ຈັງຫວັດຂອນແກ່ນ ສຳເລັດການສຶກສາປະລິນຍາຕີທີ່ຄະນະມະນຸດສາດ ແລະສັງຄົມຊາດ ຂາສາພາສາອັງກິດ ທີ່ມະຫາວິທະຍາໄລມະຫາສາລະຄາມ.

May be an image of 1 person, standing, military uniform and outdoors
ບີກເອັມໄດ້ກ້າວເຂົ້າສູ່ວົງການບັນເທິງດ້ວຍການປະກວດ Arrow Handsome Man 2012 ໄດ້ຮັບລາງວັນຮອງອັນດັບ1 ຫຼັງຈາກນັ້ນກໍ່ເລີ່ມມີຜົນງານການຖ່າຍແບບ ແລະໂຄສະນາເຂົ້າມາຕໍ່ເນື່ອງ ພາຍຫຼັງທີ່ເພິ່ນໄດ້ຮັບບົດເປັນນັກສະແດງນຳເລື່ອງ ແຫຍມຍະໂສ3 ຕໍ່ມາໄດ້ເຊັນສັນຍາກັບຊ່ອງ 7 ໃນຖານະນັກສະແດງຮັບເຊີນໃນລະຄອນເລື່ອງບໍດິກາດສາວປີ 2017.

May be an image of 2 people, people standing and outdoors

ຈາກນັ້ນກໍ່ໄດ້ສະແດງລະຄອນເລື່ອງນັກຮົບປີສາດ ຕາມດ້ວຍຫົງມັງກອນ ເຮັດໃຫ້ບີກເອັມໄດ້ຂຶ້ນແທ່ນເປັນພະເອກແຖວໜ້າຂອງສັງກັດຊ່ອງ 7 ສະແດງລະຄອນອີກຫຼາຍເລື່ອງຈົນວັນເວລາລ່ວງເລີຍມາ 9 ປີ.

May be an image of 1 person, standing and indoor
ແລະເມື່ອວັນທີ 6 ມັງກອນ 2023 ຜ່ານມານີ້ ຊ່ອງ7 ກໍໄດ້ປະກາດຢຸດຕິສັນຍາກັບໜຸ່ມບີກເອັມຢ່າງເປັນທາງການ ເນື່ອງຈາກປະເດັນຖືກລາງວັນທີ1 ນັ້ນເອງ.

May be an image of 1 person and indoor

 

Leave a Reply

Your email address will not be published. Required fields are marked *