ການສຶກສາຮ່ຳຮຽນ ຮຽນຢູ່ໃສກໍໄດ້ ແຕ່ຖ້າໄດ້ຮຽນໃນໂຮງຮຽນງາມໆກໍ່ເປັນອີຫຍັງທີ່ຫຼາຍໆຄົນໄຝ່ຫາ ຢາກໄປຢູ່ໃນຮົ້ວແຫ່ງນັ້ນ ຢາກມີໂປຣຟາຍກັບຄວາມສວຍງາມໜ້າຢູ່ ແບບດຽວກັນກັບ ມະຫາວິທະນາໄລສະຫວັນນະເຂດ ຈຸດສ້າງວິທະຍາເຂດໃໝ່ແຫ່ງນີ້ຍອມຮັບວ່າໂຄດມີຄວາມເປັນສາກົນ.
ສຳລັບວິທະຍາເຂດແຫ່ງໃໝ່ນີ້ ຂອງ ມຂ ແມ່ນຕັ້ງຢູ່ານໜອງຜື ເທດສະບານນະຄອນ ໄກສອນພົມວິຫານ ເທິງພື້ນທີ່ 305 ເຮັກຕາ ບອກເລີຍງົດງາມມີຄວາມເປັນອິນເຕີ ຮັບຮອງນ້ອງໆລຸ້ນໃໝ່ເຫັນແລ້ວຢາກສະໝັກເຂົ້າໄປຮຽນ.
ຢ່າງໃດກໍ່ຕາມ ເມື່ອອາຄານສວຍງາມໜ້າຢູ່ແລ້ວຜູ້ທີ່ຮຽນຕ້ອງໄດ້ຕັ້ງໃຈ ເຮັດໃຫ້ມີສິ່ງໃໝ່ໆດີໆມາປະດັບວິທະຍາເຂດໃຫ້ງົດງາມຍິ່ງຂຶ້ນໄປອີກຈະດີຍິ່ງກວ່າອີກ
ສ່ວນວ່າວິທະຍາເຂດແຫ່ງນີ້ຈະເປີດໃຫ້ໄປສຶກສາຮ່ຳຮຽນໄດ້ເມື່ອໃດນັ້ນ ເຮົາຕິດຕາມໄປພ້ອມໆກັນ
ທຸກຄົນເຫັນຄືແອັດມິນບໍ ໜ້າຮຽນສຸດໆທາງຍ່າງເຊື່ອມຕໍ່ໄປແຕ່ລະຕຶກກໍປະມານນີ້
ອອກແບບມາທັນສະໄໝ