ເປັນໜຶ່ງຜົນງານທີ່ໜ້າຊື່ນຊົມເປັນທີ່ສຸດ ເມື່ອແພດໝໍລາວສາມາດຜ່າຕັດປ່ຽນຖ່າຍໝາກໄຂ່ຫຼັງສຳເລັດເປັນຄັ້ງທຳອິດຂອງປະເທດພ້ອມກັນສອງກໍລະນີ ແລະຕອນນີ້ກຳລັງຟື້ນໂຕ ເຫັນວ່າຄົນເຈັບກຳລັງຟື້ນຟູ ແລະມີຈັງຫວະທີ່ດີຂຶ້ນຕາມລຳດັບ.
ວັນທີ 9 ມັງກອນ 2023 ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໄດ້ຖະແຫຼງຜົນສຳເລັດໃນການຜ່າຕັດປູກຖ່າຍໝາກໄຂ່ຫຼັງ 2 ກໍລະນີທຳອິດ ຢູ່ ສປປ ລາວ ເປັນຂີດໝາຍປະຫວັດສາດ ແລະ ເປີດສາກໃຫ້ວົງການແພດລາວບຸກບືນເທື່ອລະກ້າວ ໃຫ້ພັດທະນາກ້າວໜ້າທຽມທັນກັບບັນດາປະເທດໃກ້ຄຽງ ແລະ ສາກົນ.
ເຂົ້າຮ່ວມໂດຍທ່ານ ພົຈວ ບົວສິງ ອິນທະວົງ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ທ່ານ ພົຈວ ຮສຈ ປອ ຫງຽນ ຊ່ວນ ກ່ຽນ ຫົວໜ້າວິທະຍາຄານການແພດກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ທ່ານ ພັອ ປອ ສະແຫວງໄຊ ດາລາສາດ ຫົວໜ້າການທະຫານໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ກ່າວວ່າ: ໂຄງການຮ່ວມມືຜ່າຕັດປູກຖ່າຍໝາກໄຂ່ຫຼັງ ລະຫວ່າງໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ແລະ ໂຮງໝໍ 103 ວິທະຍາຄານກອງທັບປະຊາຊົນຫວຽດນາມ ເຊິ່ງການຜ່າຕັດປູກຖ່າຍໄຂ່ຫຼັງ 2 ກໍລະນີທຳອິດຢູ່ ສປປ ລາວ ມາຮອດເວລານີ້ ແມ່ນປະສົບຜົນສຳເລັດຢ່າງຈົບງາມ ປັດຈຸບັນ ທັງ 2 ກໍລະນີຄົນເຈັບ ຫຼັງປູກຖ່າຍໄດ້ 10 ວັນ ສະພາບຮ່າງກາຍດີຂຶ້ນຕາມລຳດັບ ສາມາດເຄື່ອນໄຫວຍ່າງໄປ-ມາໄດ້ເປັນປົກກະຕິກ ກິນດື່ມໄດ້ ມີເຫື່ອມີແຮງຫຼາຍຂຶ້ນ ນໍ້າຍ່ຽວໄດ້ປະລິມານເພິ່ງພໍໃຈ ຜົນການກວດເລືອດວິເຄາະແມ່ນຢູ່ໃນຄ່າປົກກະຕິ.
ໂຄງການດັ່ງກ່າວ ລະຫວ່າງ 2 ໂຮງໝໍ 2 ກອງທັບ ໄດ້ມີແຜນລິເລີ່ມແຕ່ປີ 2018 ໂດຍໄດ້ກວດກາສຳຫຼວດຢ່າງລະອຽດຖີ່ຖ້ວນ ກ່ຽວກັບໂຄງລ່າງພື້ນຖານ ອຸປະກອນເຄື່ອງມືການແພດ ບຸກຄະລາກອນຂອງໂຮງໝໍສູນກາງ 103 ກອງທັບ ໄດ້ປະເມີນຕີລາຄາ ແລະ ຄາດຄະເນຢ່າງຮອບດ້ານ ໃນປີ 2019 ພະນັກງານແພດໝໍຈາກໂຮງໝໍສູນກາງ 103 ກອງທັບປະຊາຊົນ ຈຳນວນ 15 ສະຫາຍ ໄດ້ເດີ່ນທາງໄປເຝິກອົບຮົມວຽກງານຜ່າຕັດປູກຖ່າຍໄຂ່ຫຼັງ ເພື່ອກະກຽມປູກຖ່າຍຢ່າງລະອຽດກ່ອນດຳເນີນການປະຕິບັດຕົວຈີງ.
ເພື່ອກະກຽມການປູກຖ່າຍໄຂ່ຫຼັງຄັ້ງນີ້, ໂຮງໝໍ 103 ກອງທັບປະຊາຊົນຫວຽດນາມ ໄດ້ວາງແຜນການຢ່າງລະອຽດຖີ່ຖ້ວນ, ໄດ້ກະກຽມຫວ້ານຢາ, ອຸປະກອນເຄື່ອງມືການແພດ, ວັດຖຸຊິນເປື່ອງຄົບຖ້ວນ 100% ແລະ ວິຊາການຜູ້ຊຳນານທີ່ສຸດ.
ມາໃນວັນທີ 31 ທັນວາ 2022 ການຜ່າຕັດປູກຖ່າຍໄຂ່ຫຼັງ 2 ກໍລະນີ ໄດ້ເລີ້ມຕົ້ນແຕ່ເວລາ 7 ໂມງ ຈົນຮອດ 18 ໂມງ ຈຶ່ງສຳເລັດ. ທັງ 2 ກໍລະນີ ຫຼັງປູກຖ່າຍ ໄຂ່ຫຼັງປູກຖ່າຍຕຶງຂຶ້ນ, ແດງດີ ແລະ ເຕັ້ນຕາມຈັງຫວະຫົວໃຈເຕັ້ນ, ໄດ້ເຫັນນໍ້າຍ່ຽວຍອດທຳອິດ ຜ່ານທໍ່ຍ່ຽວ ເຮັດໃຫ້ບັນດາທ່ານໝໍ-ພະຍາບານທັງລາວ ແລະ ຫວຽດນາມດີໃຈສຸດຊຶ້ງເຕັມໄປດ້ວຍຄວາມສຸກຢ່າງລົ້ນເຫຼືອ.
ການຜ່າຕັດປູກຖ່າຍໄຂ່ຫຼັງ ແມ່ນວິທີການປິ່ນປົວສຸດທ້າຍ ແລະ ແມ່ນວິທີການປິ່ນປົວທີ່ດີເລີດ ສາມາດເຮັດຮ່າງກາຍຄືນເຈັບຟື້ນຟູກັບຄືນສູ່ສະພາບປົກກະຕິໄດ້ໄວທີ່ສຸດ, ອາດຈະເວົ້າໄດ້ວ່າ ຄົນເຈັບໄດ້ເກີດໃໝ່ ເທື່ອທີ 2. ຄົນເຈັບສາມາດກັບຄືນການໃຊ້ຊີວິດປະຈໍາວັນ ແລະ ປະກອບສ່ວນກິດຈະກຳຕ່າງໆໄດ້ເປັນປົກກະຕິ, ຊີວິດນີ້ຈະບໍ່ໄດ້ຕິດພັນນຳເຄື່ອງຈັກຟອກເລືອດ ແລະ ນັ່ງລໍຖ້າຄີວຟອກເລືອດ.