• Tue. May 30th, 2023

Lao Sport Update

ຮອບດ້ານວົງການກິລາ

ໂຫດສຸດ ໄຊສະຫວາດ ຜູ້ຮັກສາປະຕູທີມຊາດລາວ ເຊັບນັດດຽວ 11 ຄັ້ງຕິດທ໊ອບໃນບານເຕະອາຊຽນ

ໄຊສະຫວາດ ສສະວັນນະໂຊກ ຜູ້ຮັກສາປະຕູມື 3 ທີມຊາດລາວ ໄດ້ຮັບໂອກາດລົງສະໜາມ ທາມກາງຄວາມກົດດັນ ທີ່ບໍ່ໄດ້ຮັບໂອກາດລົງສະໜາມ 3 ປີທ່ານລອງຄິດເບິ່ງວ່າມັນກົດດັນສໍາໃດ ແຕ່ລາວກໍສາມາດເຮັດໄດ້ດີ ກ່ອນຊ່ວຍໃຫ້ ທີມຊາດລາວ ຊຸດໃຫຍ່ ໃນນັດສຸດທ້າຍຮອບແບ່ງກຸ່ມໆ B ໃນການແຂ່ງຂັນບານເຕະຊີງແຊັມອາຊຽນ ຫຼື AFF Mitsubishi Electric Cup 2022 ເມື່ອວັນທີ 30 ທັນວາ 2022 ພາທີມຊາດລາວ ສະເໝີກັບ ມຽນມາ 2-2 ທີ່ປະເທດມຽນມາ.

ຈົນຫຼ້າສຸດ ສື່ໃນຕ່າງປະເທດ ( ໄທ ) ໄດ້ມີການຈັດອັນດັບ ຜູ້ຮັກສາປະຕູທີ່ສາມາດປ້ອງກັນການເສຍປະຕູໄດ້ຫຼາຍທີ່ສຸດ ໃນ AFF Mitsubishi Electric Cup 2022 ປາກົດວ່າ: ໄຊສະຫວາດ ຜູ້ຮັກສາປະຕູລາວ ເຊັບໄປ 11 ຄັ້ງຢູ່ອັນດັບທີ 4 ແຕ່ພິເສດສຸດໆ ໄຊສະຫວາດ ໄດ້ຮັບໂອກາດລົງພຽງ 1 ນັດແຕ່ປ້ອງກັນໄດ້ເຖິງຫຼາຍຄັ້ງ ຖ້າທຽບຕໍ່ນັດແມ່ນຢູ່ອັນດັບ 1, ສ່ວນ ອັນດັບ 1 ທີ່ເຊັບໄດ້ຫຼາຍທີ່ສຸດແມ່ນ ໄຮມີ ອະນັກ ໄນຍາຣິງ ຜູ້ຮັກສາປະຕູຂອງບຣູໄນ ເຊັບໄປ 31 ຄັ້ງຈາກ 4 ນັດ, ອັນດັບ 2 ແກ້ວ ສະຂະເສລາ ຜູ້ຮັກສາປະຕູກໍາປູເຈຍ ເຊັບໄປ 18 ຄັ້ງຈາກ 4 ນັດ ແລະ ແກ້ວອຸດອນ ສຸວັນນະສັງໂສ ຜູ້ຮັກສາປະຕູທີມຊາດລາວ ເຊັບໄປ 12 ຄັ້ງຈາກ 3 ນັດ ( ລາຍລະອຽດເບິ່ງຄລິບລຸ່ມນີ້

Leave a Reply

Your email address will not be published. Required fields are marked *