• Fri. Dec 1st, 2023

Lao Sport Update

ຮອບດ້ານວົງການກິລາ

ສ່ອງລຸກ 6 ມື້ ໃນກອງປະກວດ Miss Universe 2022 ຂອງນ້ອງປ່າເຢັ້ງຊາ ລໍ່

ເຂົ້າສູ່ມື້ທີ6 ແລ້ວ ກໍັການເຂົ້າສູ່ກອງປະກວດໃຫຍ່ Miss Universe 2022  ທີ່ສະຫະລັດອາເມຣິກາ ຂອງນ້ອງປ່າເຢັ້ງຊາ ລໍ່ ສາວລາວເຜົ່າມົ້ງຄົນທຳອິດໃນເວທີປະກວດຄັ້ງນີ້.ຕະຫຼອດຫຼາຍມື້ນ້ອງປ່າ ກໍສ້າງສີສັນ ແລະ ແຮງເສຍໃຫ້ແຟນຄັບຢ່າງຕໍ່ເນື່ອງ. ມື້ນີ້ແອັດມິນ ຈິ່ງສັງລວມ ຊຸດທີ່ນ້ອງປ່າໃສ່ທັງ6 ມື້ມານຳສະເໜີໃຫ້ແຟນຄັບໄດ້ຊົມແລະເຊຍກັນ.ທີ່ສຳຄັນຢ່າລືມຮ່ວມໂຫວດໃຫ້ຄະແນນນ້ອງແດ່ເດີ.

Day 6  ມື້ນີ້ນ້ອງປ່າເລືອກສວມ ຊຸດໂສ້ງໃສ່ເອງ ເພື່ອຄວາມສະບາຍໃນການຮ່ວມກິດຈະກຳ ໃນກອງ Miss Universe 2022 ໃນການຮ່ວມຊ້ອມນຳຫມູ່ເພື່ອນໃນກອງ ແລະ ຮ່ວມ interview ອີກຄັ້ງໃນກອງໃຫຍ່ ຂອງມື້ນີ້

.

Day 5  ລຸກສີແດງ ຮ້ອນແຮງ ອອກກິດຈະກຳຂ້າງນອກແລະ ຮ່ວມ Dinner ເບົາໆ ກັບສາວງາມ ຫລາກຫລາຍໆປະເທດ ໃນກອງ
.

Day 4 ສຳລັບມື້ນີ້ແມ່ນ Interview ແລະ ອອກເຮັດກິດຈະກຳຂ້າງນອກດ້ວຍຊຸດຜ້າລູກໄມ້ລາວ ເອາະເອີກ ແບບ Smart ເພື່ອເຂົ້າກັບກິດຈະກຳ

.

Day 3 ຊຸດຜ້າລາຍອອກມົ້ງປະສົມ fashion

.

Day 2  ລຸກເສື້ອຜ້າ ເຂົ້າກອງ ທີ່ສວຍງາມຮັບສາຍສະພາຍ ປະເທດລາວ

.

ລຸກທຳອິດ ຂອງການເຂົ້າກອງແມ່ Miss Universe 2022 ທີ່ສະຫະລັດ ອາເມຣິກາ ດ້ວຍຊຸດສີຟ້າ ທີ່ເຂົ້າກັບຕີມມົງກຸດຂອງກອງໃຫຍ່ປີນີ້
ດ້ວຍຊຸດຜ້າໄຫມລາວ ທີ່ປະສົມປະສານຄວາມເປັນເອກະລັກ ລາຍຜ້າ ແລະ ຫລຽນຂອງຊົນເຜົ່າມົ້ງ

.

.

Leave a Reply

Your email address will not be published. Required fields are marked *