ຕາມຂ່າວ ຈາກVOVWORLDໃຫ້ຮູ້ວ່າ: ຕອນບ່າຍວັນທີ 5 ມັງກອນ ຢູ່ຮ່າໂນ້ຍ, ພາຍຫຼັງໃຫ້ສັດຕະຍາບັນເລື່ອງທ່ານຟ້າມບິງມິງ ແລະ ທ່ານ ຫວູດຶກດາມ ພົ້ນຕຳແໜ່ງຮອງນາຍົກລັດຖະມົນຕີ ໃນກອງປະຊຸມວິສາມັນຄັ້ງທີ 2 ຂອງສະພາແຫ່ງຊາດຊຸດທີ XV ໄດ້ໃຫ້ສັດຕະຍາບັນການແຕ່ງຕັ້ງບຸກຄະລາກອນດຳລົງຕຳແໜ່ງຮອງນາຍົກລັດຖະມົນຕີ ອາຍຸການ 2021 – 2026.

ສະພາແຫ່ງຊາດຮັບຮອງການແຕ່ງຕັ້ງ ທ່ານເຈິ່ນຮົ່ງຮ່າ ລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ແລະ ທ່ານ ເຈິ່ນລິວກວາງ ຮອງເລຂາພັກນະຄອນ ຫ໋າຍຝ່ອງດຳລົງຕຳແໜ່ງເປັນຮອງນາຍົກລັດຖະມົນຕີ ແທນທ່ານ ຟ້າມບິງມິງ ແລະ ທ່ານຫວູດຶກດາມ.

ທ່ານເຈິ່ນຮົ່ງຮ່າ ແລະ ທ່ານເຈິ່ນລິວກວາງ ແມ່ນບຸກຄະລາກອນສອງຄົນ ໂດຍ ສູນກາງພັກ ໄດ້ປະກອບຄຳເຫັນຢູ່ກອງປະຊຸມວິສາມັນທີ່ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 30 ທັນວາ ປີ 2022 ເພື່ອໃຫ້ກົມການເມືອງຕັດສິນແນະນຳບຸກຄະລາກອນດຳລົງຕຳແໜ່ງຮອງນາຍົກລັດຖະມົນຕີ ຍື່ນສະເໜີຕໍ່ ສະພາແຫ່ງຊາດເພື່ອໃຫ້ສັດຕະຍາບັນດຳລົງຕຳແໜ່ງຢ່າງເປັນທາງການ.