ການປະຕິບັດແຜນງານພາຍໃນເດືອນສິງຫາ 2022 ຂອງໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ສັນຍາ 1 ວຽກກໍ່ສ້າງຂົວກາງນໍ້າ ລວມທັງທາງເຂົ້າຂົວ ແລະ ສັນຍາ 2 ແມ່ນໜ້າວຽກກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວ ແລະ ອາຄານດ່ານ ສະເລ່ຍຄວາມຄືບໜ້າລວມແຜນທັງໝົດ ທັງ 2 ສັນຍາ ໃນເດືອນສິງຫາ ເທົ່າກັບ 48,01% ແລະປະຕິບັດໄດ້ຕົວຈິງ 51,51% ລື່ນຄາດໝາຍ 3,50%.
ອີງໃສ່ບົດລາຍງານປະຈຳເດືອນ ຂອງທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການ ກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄຳໄຊ-ບຶງການ) ໃຫ້ຮູ້ວ່າ:ໂຄງການດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງແຕ່ເດືອນສິງຫາ 2019 ຊຶ່ງເປັນໂຄງການເງິນກູ້ຈາກອົງການ ຄວາມຮ່ວມມືທາງດ້ານເສດຖະກິດ ກັບປະເທດເພື່ອນບ້ານ (ອົງການມະຫາຊົນ) ຈາກປະເທດໄທ (ອົງການ NEDA), ລັດຖະບານລາວ ໄດ້ຮັບເງິນກູ້ຢືມເປັນຈຳນວນເງິນ 1.380.067.000 ບາດ (ສະກຸນເງິນໄທ), ໄດ້ແບ່ງອອກເປັນສອງສັນຍາ ຄື: ສັນຍາທີ 1 ແມ່ນສັນຍາກໍ່ສ້າງຂົວຂ້າມນ້ຳຂອງ ເບື້ອງປະເທດລາວ ມີລວງຍາວທັງໝົດ 535 ແມັດ ແລະ ສັນຍາທີ 2 ແມ່ນການກໍ່ສ້າງທາງເຂົ້າຂົວ ລວງຍາວທັງໝົດ 2.775 ແມັດ ລວມທັງອາຄານດ່ານ ແລະ ສິ່ງອໍານວຍຄວາມສະດວກອື່ນໆ ເບື້ອງປະເທດລາວ ມີ ໄລຍະເວລາກໍ່ສ້າງ 30 ເດືອນ ແລະ ໄລຍະຄໍ້າປະກັນ 24 ເດືອນ.
ສຳລັບການປະຕິບັດແຜນງານພາຍໃນເດືອນສິງຫາ 2022 ສັນຍາ 1 ວຽກກໍ່ສ້າງຂົວກາງນໍ້າ ລວມທັງທາງເຂົ້າຂົວ ປະກອບມີ: ວຽກສ້ອມແປງທາງຂອບເຂດບ້ານຫາງຊິງ, ຕິດຕັ້ງປະຕູຮົ້ວແຄ້ມ, ສະໜອງເຄື່ອງມືຮັບໃຊ້ວຽກສ້ອມແປງ ກັບສວນຄົວ ແລະ ໜ້າວຽກອື່ນໆ ແຜນເທົ່າກັບ 6,09% ປະຕິບັດໄດ້ຕົວຈິງ 0,76% ຫຼຸດຄາດໝາຍ 5,33% ລວມແລ້ວສັນຍາ1 ປະຕິບັດໄດ້ເທົ່າກັບ 40,80% ລື່ນຄາດໝາຍ 3,50%.
ສ່ວນສັນຍາ 2 ແມ່ນໜ້າວຽກກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວ ແລະ ອາຄານດ່ານ ປະກອບດ້ວຍວຽກດິນ, ວຽກໂຄງສ້າງທາງ, ວຽກກໍ່ສ້າງປູໜ້າທາງດ້ວຍເບຕົງ, ວຽກກໍ່ສ້າງທໍ່ລະບາຍນໍ້າລອດທາງ, ວຽກກໍ່ສ້າງອາຄານດ່ານ, ວຽກລະບົບຂອງອາຄານ ແລະ ວຽກອື່ນໆ ເດືອນສິງຫາ 2022 ປະຕິບັດໄດ້ 3,59% ລື່ນຄາດໝາຍ 0,37% . ສັງາລວມສັນຍາ 2 ຮອດທ້າຍເດືອນສິງຫາ ປະຕິບັດໄດ້ຕົວຈິງ 62,21% ລື່ນຄາດໝາຍ 3,50%.
ສະເລ່ຍແລ້ວຄວາມຄືບໜ້າລວມແຜນທັງໝົດທັງ 2 ສັນຍາ ປະຕິບັດໄດ້ຕົວຈິງ 51,51% ລື່ນຄາດໝາຍ 3,50%.