ຮູ້ຈັກ ກັບ ຄູ່ຮັກ ນັກທຸລະກິດ ໜຸ່ມສາວ ເບຍ ແລະ ໂສ ໄວລຸ້ນ ໄຟແຮງ ທີ່ໃຜໆກະຕ້ອງຮູ້ຈັກ ໃນນາມ ເຈົ້າຂອງຮ້ານຂາຍລົດໃຫ່ຍເບຍໂສ ໃນແຂວງສະຫວັນນະເຂດ ຍຸກທີ່ທຸກຄົນຕ້ອງການມີທຸລະກິດ ເປັນຂອງຕົນເອງ ເພາະເປັນອາຊີບໜຶ່ງທີ່ເຮັດໃຫ້ຊີວິດຈະເລີນກ້າວໜ້າໄດ້ໄວເຊິ່ງທາງໜຸ່ມ ເບຍ ແລະ ໂສ ຈະມາແບ່ງປັນ ທີ່ໄປທີ່ມາໃນການເຮັດທຸລະກິດຫຼາກຫຼາຍແບບ
.
ຜູ້ຊາຍ ຊື່ ເບຍ ແລະ ຜູ້ຍິງ ຊື່ ໂສ ປະຈຸບັນ ທັ້ງ 2 ຄົນ ອາຍຸ ພຽງ 25-26 ປີ ເທົ່ານັ້ນ ເລີ່ມຕົ້ນທຸລະກິດຕັ້ງແຕ່ ອາຍຸ 17-18 ປີ ທີ່ເຮັດທຸລະກິດ ຍ້ອນຄວາມມັກ ແລະ ມີເປົ້າໝາຍ ທີ່ຢາກປະສົບຄວາມສຳໄດ້ໄວເຊິ່ງປະຈຸບັນມີທຸລະກິດຫຼາຍຢ່າງ ແລະ ມີຮ້ານຂາຍລົດໃຫ່ຍ ເຖິງ 2 ສາຂາ ເຊິ່ງ ສາຂາທີ່ 3 ກຳລັງ ຈະເປິດໄວໆນີ້
ຮູບແບບ ໃນການຈັດການ ທຸລະກິດໃຫ້ກ້າວໜ້າ ແລະ ເຕີບໂຕ ມາເຖິງທຸກວັນນີ້ຍ້ອນທັດສະຄະນະຕິ ແລະ ການບໍລິການ ເຊິ່ງຮອງຮັບ ລູກຄ້າ ທຸກເພດ ທຸກໄວ ທຸກອາຊີບ ຂາຍຄວາມຈິງໃຫ້ກັບລູກຄ້າ ຢ່າງຕົງໄປຕົງມາ ຄົນເຮົາມີໂອກາດໄດ້ທຸກໆບ່ອນ ແຄ່ເຮົາລົງມືເຮັດ ແລະ ໃສ່ໃຈ ຕັ້ງໃຈໄປກັບມັນ ເຮັດປະຈຸບັນ ໃຫ້ດີທີ່ສຸດ ແລະ ຢູ່ບົນ ຄວາມສຸກ ຄວາມດີ ຄວາມຖືກຕ້ອງ ຄວາມດຸໝັ່ນ ແລະ ເປົ້າໝາຍ ເຖິງວຽກ ທີ່ເຈົ້າເຮັດ ຈະເປັນສິ່ງທີ່ເຈົ້າມັກ ຫຼື ບໍ່ມັກກໍຕາມ.
.
.
ເລື່ອງລາວໜຸ່ມເບຍ ແລະ ສາວໂສຈະເປັນແຮງບັນດານໃຈໃຫ້ໄວໜຸ່ມຫຼາຍໆຄົນໃນການຕັ້ງໃຈດຸໝັ່ນຕັ້ງເປົ້າໝາຍໃນຊີວິດຕົນເອງ ບໍ່ຕ້ອງຢ້ານວ່າອາຍຸເຮົາຊໍ່ານີ້ຈະເຮັດໄດ້ແຕ່ຊໍ່ານີ້ຄິດໃຫຍ່ໄວ້ກ່ອນອາຍຸບໍ່ສໍາຄັນ.
.
.
ໝູ່ເພື່ອນສາມິດຕິດຕາມໜຸ່ມເບຍ ແລະ ສາວໂສທາງ Social Media ຄື
FB Bia So, FBSobia Soliya, ig Sobia Soliya, tiktok so_soliya
ເພຈຮ້ານ BIASO Salecar, Talk To Teen – ໄວລຸ້ນລາວ