• Thu. Jun 1st, 2023

Lao Sport Update

ຮອບດ້ານວົງການກິລາ

ປີ 2022 ເມືອງຊຽງຮ່ອນ ສົ່ງອອກຢາງພາລາ ມູນຄ່າ 30 ຕື້ກວ່າກີບ

ອິງຕາມການລາຍງານຈາກທ່ານ ສີເມືອງ ອິນທະວົງ ຫົວໜ້າຫ້ອງການ ອຸດສາຫະກຳ ແລະການຄ້າເມືອງຊຽງຮ່ອນ ໄດ້ລາຍງານວ່າການສົ່ງອອກຢາງພາລາຂອງຢູ່ເມືອງຊຽງຮ່ອນໂດຍຜ່ານການກວດກາຈາກໝ່ວຍງານຜ່ານປະຕູດຽວຂອງເມືອງໃນໄລຍະ 1 ປີ 2022ຜ່ານມາ ສາມາດສົ່ງອອກຢາງພາລາໄປພາຍໃນຕ່າງແຂວງ ຈຳນວນ 2.179 ໂຕນ ສາມາດສ້າງມູນຄ່າໄດ້ທັງໝົດ 19.321.200.000 ກີບ ແລະສົ່ງຢາງພາລາອອກຕ່າງປະເທດ ໄດ້ຈຳນວນ 978 ໂຕນ ສາມາດສ້າງມູນຄ່າໄດ້ 521.247 ໂດລາ, ຢາງພາລາແຜນ ຈຳນວນ 1.200 ໂຕນ ມູນຄ່າ 639.600 ໂດລາ ການກໍານົດແຜນ ປີ 2023ຕໍ່ໜ້າ ການສົ່ງອອກຢາງພາລາຄາດວ່າຈະຈະບັນລຸໃຫ້ໄດ້ອິກ 3.000 ໂຕນ ມູນຄ່າ 40ຕື້ກີບ.

ການເພີ່ມຂຶ້ນຢາງພາລາຢູ່ເມືອງຊຽງຮ່ອນຍ້ອນມີເນື້ອທີ່ການປາດຢາງພາລາທົ່ວເມືອງເພີ່ມຂື້ນ. ທົ່ວເມືອງມີເນື້ອທີ່ປູກຢາງພາລາທັງໝົດ 5.988 ເຮັກຕາ ໃນນັ້ນເນື້ອທີ່ທີ່ໄດ້ປາດແລ້ວ 3.880 ເຮັກຕາ ຜົນຜະລິດ 13.581 ໂຕນ ໂດຍມີການລົງທຶນປູກຂອງບໍລິສັດ ລີລ້ຽງຢູນານ ຈໍາກັດ ໃນເນື້ອທີ່ 642 ເຮັກຕາ, ບໍລິສັດ ຊຽງຕາລີ ຈຳຈັດ 2.885 ເຮັກຕາ, ບໍລິສັດ ບໍ່ແກ້ວ ຈຳກັດ ໃນເນື້ອທີ່ 187 ເຮັກຕາ ໃນນັ້ນປະຊນຊົນປູກເອງ ຈຳນວນ 2.274 ເຮັກຕາ.

ໃນປີ2023-2024 ທາງຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງ ຍັງມີແຜນການຊຸກຍູ້ສົ່ງເສີມໃຫ້ຊາວກະສິກອນປູກຕື່ມໃນໄລຍະ 2 ປີຕໍ່ໜ້າຈຳນວນ 5.000 ກວ່າເຮັກຕາ ເພື່ອຕອບສະໜອງໃຫ້ບໍລິສັດ ລາວຈູນທົງຈຳກັດ ປຸງແຕ່ງຢາງພາລາເພື່ອສົ່ງອອກໄປ ສປຈີນ ເຊິ່ງມີກຳລັງການຮັບຊື້ຈຳນວນ 3.000 ໂຕນຕໍ່ເດືອນ.

ນອກນີ້ທາງບໍລິສັດຍັງໄດ້ສົ່ງເສີມໃຫ້ປະຊາຊົນຢູ່ເຂດກຸ່ມບ້ານມົກສະຕຸ ແລະ ກຸ່ມບ້ານປາກເປັດ ປູກຢາງພາລາໂດຍບໍລິສັດເປັນຜູ້ສະໜອງແນວພັນ. ທັງໝົດນີ້ກໍເພື່ອປະຕິບັດຕາມຕາມແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ຕິດພັນກັບການຊຸກຍູ້ສົ່ງເສີມຊາວກະສິກອນຢູ່ພາຍໃນເມືອງປູກພືດອຸດສາຫະກຳເປັນສິນຄ້າ ສ້າງລາຍຮັບເຂົ້າຄອບຄົວ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂື້ນ ແລະ ເຮັດໃຫ້ເມືອງຊຽງຮ່ອນຫຼຸດພົ້ນອອກຈາກເມືອງທຸກຍາກໃນຕໍ່ໜ້ານີ້.

ໂດຍ: ດອນ ຂຽວພະນາ ຖວທເມືອງຊຽງຮ່ອນ

Leave a Reply

Your email address will not be published. Required fields are marked *