• Tue. Nov 28th, 2023

Lao Sport Update

ຮອບດ້ານວົງການກິລາ

ໜ້າເຫັນໃຈນ້ອງໆໂຮງຮຽນໄຟໄໝ້ກ້ຽງ ເຈົ້າແຂວງລົງຕິດຕາມກວດກາຊີ້ນຳໃຫ້ພາກສ່ວນຕ່າງໆຂອງເມືອງເລັ່ງຫາທາງແກ້

ໃນຕອນບ່າຍຂອງວັນທີ 4 ມັງກອນ 2023 ນີ້ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍທີມງານໄດ້ລົງຕິດຕາມກວດກາເຫດການໄຟໄຫມ້ໂຮງຮຽນປະຖົມບ້ານປ່າຄາ ເມືອງຄອບ ແຂວງໄຊຍະບູລີ.


ອີງຕາມການລາຍງານຂອງທ່ານ ຊອນ ໄຊຍະວົງ ຫົວຫນ້າຫ້ອງການສຶກສາທິການ ແລະ ກິລາເມືອງໃຫ້ຮູ້ວ່າ: ເຫດການດັ່ງກ່າວແມ່ນເກີດຂື້ນຄໍ່າຄືນຂອງວັນທີ 1 ມັງກອນ 2023 ໃນເວລາ 12-1 ໂມງ ເຊິ່ງໄດ້ຮັບການລາຍງານຈາກປະຊາຊົນບ້ານປ່າຄາ ເກີດເຫດໄຟໄຫມ້ໂຮງຮຽນ, ຜ່ານການກວດກາຂອງເຈົ້າຫນ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງໃນເບື້ອງຕົ້ນແມ່ນເກີດຈາກໄຟຟ້າລັດວົງຈອນ. ກໍ່ໃຫ້ເກີດໄຟໄຫມ້ອາຄານຂອງໂຮງຮຽນດັ່ງກ່າວ ເຊິ່ງມີຄວາມເສຍຫາຍ ທັງໝົດ 340.500.000 ກີບ.


ພ້ອມດຽວກັນນີ້ ທ່ານເຈົ້າແຂວງກໍ່ໄດ້ມີຄໍາເຫັນໂອ້ລົມເນັ້ນໜັກພາກສ່ວນທີ່ກ່ຽວຂ້ອງຂອງເມືອງ ຈົ່ງປະສານສົມທົບກັບພາກສ່ວນຕ່າງໆພ້ອມກັນແກ້ໄຂ ໂດຍສະເພາະແມ່ນອາຄານຮຽນຫລັງໃຫມ່ ເພື່ອລູກຫລານພາຍໃນບ້ານໄດ້ຮໍ່າຮຽນເປັນປົກກະຕິ.

ພາບ-ຂ່າວ: ທອງແກ້ວ ພອນມະລີ

Leave a Reply

Your email address will not be published. Required fields are marked *