ສະຫະພັນບານເຕະອາຊຽນ AFF ຮ່ວມກັບ ASEAN FOOTBALL ເພຈ໌ບຸກລາຍງານຄວາມເຄື່ອນໄຫວຂອງວົງການບານເຕະອາຊຽນ ປະກາດຈໍານວນແຟນບານເຂົ້າຊົມໃນສະໜາມຂອງການແຂ່ງຂັບານເຕະຊີງແຊັມອາຊຽນ ຫຼື ລາຍການ Mitsubishi Electric Cup 2022 ທີ່ສໍາເລັດໄປທ້າຍອາທິດທີ່ຜ່ານມາໃນຮອບແບ່ງກຸ່ມ ໃນແຕ່ລະສະໜາມ
ປາກົດວ່າ: ທີມຊາດລາວ ທີ່ໃຊ້ສະໜາມກິລາແຫ່ງຊາດ ຫຼັກ 16 ໃຊ້ເປັນສະໜາມແຂ່ງຂັນໃນບ້ານ 2 ນັດກໍຄື ນັບພົບກັບ ຫວຽດນາມ ແລະ ສິງກະໂປ ໂດຍມີແຟນບານເຂົ້າຊົມສະເລ່ຍຈາກ 2 ນັດດັ່ງກ່າວມີ 5.663 ຄົນ ເຊິ່ງຢູ່ອັນດັບທີ 5 ທີ່ມີແຟນບານເຂົ້າຊົມຫຼາຍທີ່ສຸດ
ສ່ວນອັນດັບ 1 ເປັນຂອງ ມາເລເຊຍ ທີ່ໃຊ້ສະໜາມ Bukit Jalil Stadium ມີແຟນເຂົ້າຊົມຫຼາຍທີ່ສຸດສະເລ່ຍເຖິງ 47.554 ຄົນ ( ສ່ວນອັນດັບອື່ນໆເບິ່ງໄດ້ທີ່ຄລິບລຸ່ມນີ້ )
ຂະນະທີ່ ຮອບ 4 ທີມສຸດທ້າຍຈະເລີ່ມແຂ່ງຂັນວັນທີ 6 ມັງກອນ 2023 ( ລາຍລະອຽດເບິ່ງຄລິບລຸ່ມນີ້ )