ຕາມການເປີດເຜີຍຂອງ ອີບີອາເອັສ ມໍນິງສະຕາ ບໍລິສັດດ້ານທີ່ປຶກສາທີ່ມີຊື່ສຽງໃນຕ່າງປະເທດ ເຖິງອັນດັບນກິລາທີ່ມີລາຍໄດ້ສູງສຸດປັດຈຸບັນກໍ ຄຣິສເຕຍໂນ ໂຣນັລໂດ ກອງໜ້າຄົນໃໝ່ຂອງ ອັລ-ນາສເຊີ ສະໂມສອນຍັກໃຫຍ່ໃນ ອາຣັບບີ ຊາອຸດິດ ທີ່ເປັນສະໂມສອນຊັ້ນນໍາໃນຊາອຸດິ ໂປຣລີກ ກາຍເປັນນັກກີລາທີ່ມີລາຍໄດ້ສູງສຸດໃນປັດຈຸບັນ ດ້ວຍຈໍານວນເງິນ 122,1 ລ້ານເອີໂຣ
ໂຣນັລໂດ ຫາກໍຕັດສິນໃຈເຊັນສັນຍາກັບ ອັລ-ນາສເຊີ ເມື່ອທ້າຍອາທິດທີ່ຜ່ານມາ ເຊິ່ງມີຂ່າວວ່າລາວໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍ ຈາກເງິນເດືອນ ແລະ ເງິນຈາກເງື່ອນໄຂອື່ນໆ ບໍ່ວ່າຈະເປັນລິຂະສິດທາງພາບລັກ ແລະ ຈາກຜູ້ສະໜັບສະໜູນອື່ນໆ.
ສໍາລັບ ດີບີອາເອັສ ມໍນິງສະຕາ ເປີດເຜີຍວ່າ: ລາຍໄດ້ຂອງ ໂຣນັລໂດ ຢູ່ທີ 112,1 ລ້ານເອີໂຣໃນປັດຈຸບັນ ເຮັດໃຫ້ລາວກາຍເປັນນັກກີລາທີ່ມີລາຍໄດ້ສູງສຸດໃນໂລກປັດຈຸບັນ ໂດຍໜີຫ່າງອັນດັບ 2 ລິໂອເນລ ເມສຊີ ກອງໜ້າຊາວອາກຊັງຕິນ ທີ່ໄດ້ຮັບຢູ່ 70,6 ລ້ານເອີໂຣ, ສ່ວນ ອັນດັບ 3 ຕົກເປັນຂອງ ເນມາ ດ້ວຍຈໍານວນເງິນ 65,9 ລ້ານເອີໂຣ (ສ່ວນອັນດັບອື່ນື້ເບິ່ງໄດ້ທີ່ຄລີບ)