• Fri. Jun 2nd, 2023

Lao Sport Update

ຮອບດ້ານວົງການກິລາ

ຮ້ອນແຮງເວທີຈັກກະວານປີນີ້ ນ້ອງປ່າເຢັ້ງຊາ ລໍ່ ເປີດປະຕູໃຫ້ລາວກວ້າງຂຶ້ນທຸກວັນ

ທັງຊື້ງທັງປື້ມບໍ່ໄຫວແລ້ວ ມິສຢູນີເວີດປີນີ້ເປັນອີກປີທີ່ລາວເຮົາເຄື່ອນໄຫວໄດ້ຢ່າງໂດດເດັ່ນໃນເວທີຈັກກະວານ ນອກຈາກນ້ອງປ່າເຢັ້ງຊາ ລໍ່ຈະເປັນທີ່ຮັກຂອງແຟນນາງງາມຢູ່ຫຼາຍປະເທດແລ້ວຍັງມີຂ່າວດີມາໃຫ້ໄດ້ຊື່ນໃຈຢູ່ຕະຫຼອດ ແຕ່ມື້ນີ້ມີສອງສິ່ງທີ່ດີສຸດໆຢາກມາບອກປະຊາຊົນລາວຄື ຕອນນີ້ນ້ອງໄດ້ຄະແນນໂຫວດສູງສຸດອັບເດດມາຮອດຕອນເຊົ້າມື້ນີ້ 6 ມັງກອນ 2023 ມີຄະແນນຢູ່ທີ່ 61.100 ຮອງລົງມາແມ່ນຟີລິບປິນ 42.544, ກຳປູເຈຍ 34.055 ຄະແນນຕາມລຳດັບ.

May be an image of 1 person and standing

ແລະມື້ນີ້ຍັງໄດ້ຮັບຂ່າວດີແບບສຸດໆວ່າ ມື້ອື່ນ ຕົວແທນສາວງາມປະເທດລາວເຮົາ ປ່າເຢັ້ງຊາ ລໍ່ Miss Universe Laos 2022 ຖືກເຊີນຮ່ວມເດີນສະຫນາມຮ່ວມກັບ Miss Universe 2021 ພ້ອມນຳຊຸດປະຈຳຊາດລາວທີ່ຖືກຕາ ຖຶກໃຈ ຕິດ 1 ໃນ 5 ປະເທດ ທີ່ຖືກຄັດເລືອກ ເຂົ້າຮ່ວມໃນຄັ້ງນີ້ອີກດ້ວຍ.

May be an image of 1 person

ນີ້ອາດເປັນສັນຍານທີ່ດີ ໃຫ້ກັບປະເທກລາວ ຂອງເຮົາ ໃນການປະກວດໃນປີນີ້ ທີ່ພ້ອມຈະເປີດປະຕູສູ່ຈັກກະວານຢ່າງແທ້ຈີງ

May be an image of 1 person and standing
ຢ່າງໃດກໍ່ຕາມຢາກໃຫ້ລາວເຮົາໄດ້ເຂົ້າສູ່ຮອບເລີກໆຢ່າລືມເຂົ້າໄປໂຫວດໃຫ້ນ້ອງ ປ່າເຢັ້ງຊາ ລໍ່ ເພິ່ນຍັງຈະເປີດໂຫວດໄປຈົນຮອດວັນທີ 12 ມັງກອນ 2023 ເວລາ 18:00 ໂມງຕາມເວລາໃນທ້ອງຖິ່ນທີ່ນີວໂອແລນສະຫະລັດອາເມລິກາ.

May be an image of 1 person and standing

Leave a Reply

Your email address will not be published. Required fields are marked *