ເວົ້າເລື່ອງປະເພນີ ຢູ່ປະເທດໃດກໍ່ມີແນວແປກໆເປັນຂອງຕົນເອງເຖິງຍຸກສະໄໝຈະປ່ຽນໄປແລ້ວກໍ່ຕາມ ແຕ່ຊາວຊູດານໃຕ້ຍັງເອີ້ນຄ່າດງເປັນຫົວສັດຈຳນວນຫຼາຍອີງໃສ່ຖານະຄວາມເປັນຢູ່ຂອງຍິງສາວທີ່ຜູ້ຊາຍຈະຂໍແຕ່ງງານນຳນັ້ນເປັນແນວໃດ.
ຕາມລາຍງານຂ່າວ ໃນປີ 2022 ມີຍິງສາວຊາວຊູດານໃຕ້ ລາວໄດ້ຮຽກເອົາຄ່າສິນສອດທອງໝັ້ນຈາກຊາຍຄົນໜຶ່ງທີ່ຈະມາຂໍແຕ່ງງານເປັນຈຳນວນງົວ 300 ໂຕ ແລະກະທິງອີກ 200 ໂຕລວມເປັນຈຳນວນສັດໃຫຍ່ທັງໝົດ 500 ໂຕ ແຕ່ຊາຍຜູ້ໝາຍໝັ້ນມາເປັນຜົວກໍບໍມີຫຍັງຂັດຂ້ອງແຖມຕອບຕົກລົງໂດຍດີ.
ສຳລັບຊາວຊູດານໃຕ້ ການແຕ່ງງານທີ່ເອີ້ນງົວເປັນສິນສອດໂດຍທົ່ວໄປແລ້ວຈະຢູ່ລະຫວ່າງ 50-100 ໂຕ ຫາກເອີ້ນຕາມຖານະຂອງແຕ່ລະຝ່າຍ ແລະຕົກລົງກັນໄດ້ໂດຍສ່ວນໃຫຍ່.
ໃນປະເທດຊູດານດານໃຕ້ນັ້ນແມ່ນມີປະຊາກອນປະມານ 12 ລ້ານຄົນ ໃນພື້ນທີ່ 6,4 ແສນຕາລາງກິໂລ ແລະມີຊົນເຜົ່າຕ່າງໆທີ່ຢູ່ຮ່ວມກັນເຖິງ 60 ເຜົ່າ ຊົນເຜົ່ານິຍົມກັນລ້ຽງສັດເປັນຈຳນວນຫຼາຍ ໂດຍສະເພາະແມ່ນລ້ຽງງົວ ຕາມຂ່າວລາຍງານມີງົວຫຼາຍເຖິງ12 ລ້ານໂຕ, ແກະ 12 ລ້ານໂຕ ແລະແກະກໍມີຈຳນວນປະຊາກອນສັດເທົ່າໆກັນ ເຮັດໃຫ້ຊູດານໃຕ້ກາຍເປັນປະເທດທີ່ມີສັດລ້ຽງຫຼາຍເປັນພິເສດ ແລະມັກເອີ້ນຄ່າດອງເປັນຫົວສັດ.