• Thu. Sep 28th, 2023

Lao Sport Update

ຮອບດ້ານວົງການກິລາ

ຊວຍຊ້ຳຊວຍຊ້ອນ ເຫຍື່ອເຈ້ທິບຫຼົງເຊື່ອວ່າຈະໄດ້ເງິນຄືນໂອນເງິນໃຫ້ມິດສາຊີບລວມ 300 ກວ່າລ້ານ

ສາວລາວໄວ 22 ປີ ຖືກຈັບໃນຂໍ້ຫາ ສໍ້ໂກງຊັບ ຍ້ອນຫົວໃສແອບອ້າງເປັນຜູ້ມີຄວາມສາມາດແລ່ນເອົາເງິນຄືນຈາກຜູ້ເສຍຫາຍຄະດີເຈ້ທິບໄດ້ ງານນີ້ເຮັດໃຫ້ມີຜູ້ເສຍຫາຍທີ່ເສຍເງິນໃຫ້ເຈ້ທິບແລ້ວມາເສຍຊ້ຳສອງຈ່າຍເງິນໃຫ້ຄົນທີ່ບໍ່ຮູ້ຫົວນອນປາຍເທົ້າລວມຍອດ 300 ກວ່າລ້ານ ໜ້າເຫັນໃຈເປັນທີ່ສຸດ.

May be an image of 1 person

ນາງ ຄິດຕີ້ ໄຊຍະລາດ ອາຍຸ 22 ປີ ອາໄສຢູ່ບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ແອບອ້າງຕົວເປັນເຈົ້າໜ້າທີ່ຕໍາຫຼວດ ໂດຍໃຊ່ເລ່ຫຼ່ຽມປະກາດລົງເຟສບຸກ ສາມາດຮັບແລ່ນທວງເງິນຄືນ ຈາກຄະດີ ນາງ ພອນທິບ ໄຊປັນຍາ ສໍ້ໂກງຊັບ ທີ່ເຈົ້າໜ້າທີ່ຕໍາຫຼວດ ພວມດຳເນີນຄະດີຢູ່ ມີຄົນຫຼົງເຊືີອໂອນເງິນໃຫ້ຜູ້ກ່ຽວ ລວມມູນຄ່າ 340.000.000 ກວ່າກີບ.

May be a closeup of 1 person
ເຈົ້າໜ້າທີ່ກົມຕຳຫຼວດເສດຖະກິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 7 ຕຸລາ 2022 ໄດ້ມີຜູ້ຖືກເສຍຫາຍ ເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ກົມຕໍາຫຼວດເສດຖະກິດ ວ່າໃນຊ່ວງຕົ້ນເດືອນຕຸລາ 2022 ຜູ້ຖືກເສຍຫາຍ ໄດ້ເຫັນເຟສບຸກອອກຊື່ ຈັນສະໝອນ ດວງໃຈ Junsamone Dungjai ພ້ອມໂຊເບີວອດແອັບ ໂພສລົງທາງເຟສບຸກ ວ່າ: ຮັບແລ່ນທວງເງິນຄືນໃຫ້ຜູ້ເສຍຫາຍກ່ຽວກັບຄະດີ ນາງ ພອນທິບ ໄຊປັນຍາ ສໍ້ໂກງຊັບ ພວມດຳເນີນຄະດີຢູ່; ຈາກນັ້ນ ໄດ້ມີຜູ້ຫຼົງເຊື່ອ ຕິດຕໍ່ຫາ ນາງ ແຄັດຕີ້ ໄຊຍະລາດ ຜ່ານເບິວອດແອບດັ່ງກ່າວ ແລະ ຖືກຜູ້ກ່ຽວຕົວໃຫ້ໂອນເງິນ ຄ່າແລ່ນທວງເອົາເງິນຄືນ ຈໍານວນ 1 ຄົນ ໂອນເງິນໃຫ້ 31 ຄັ້ງ ລວມເປັນເງິນ 346.500.000 ກີບ;

May be an image of 3 people, people standing and indoor

ຫຼັງຈາກໄດ້ເງິນແລ້ວກໍບໍ່ສາມາດຕິດຕໍ່ຫາຜູ້ກ່ຽວໄດ້; ພາຍຫຼັງເຈົ້າໜ້າທີ່ໄດ້ຮັບແຈ້ງຄວາມຈຶ່ງໄດ້ແຕ່ງຕັ້ງກໍາລັງວິຊາສະເພາະລົງພິສູດແຫຼ່ງຂ່າວ ເພື່ອຕິດຕາມເປົ້າໝາຍ ພ້ອມທັງເກັບກຳຂໍ້ມູນຫຼັກຖານຮ່ອງຮອຍຂອງການກະທຳຜິດ ມາຮອດ ວັນທີ 26 ຕຸລາ 2022 ຈຶ່ງຮູ້ຊື່ຜູ້ກະທໍາຜິດ ຊື່ນາງ ຄິດຕີ້ ໄຊຍະລາດ ພັກອາໄສຢູ່ບ້ານ ຮ່ອງໄກ່ແກ້ວ ເຈົ້າໜ້າທີ່ຈຶ່ງໄດ້ນຳຕົວມາທໍາການ ສອບສວນ.

May be an image of 1 person, standing and text

ຜ່ານການສອບສວນ ນາງ ຄິດຕີ້ ໄຊຍະລາດ ສາລະພາບວ່າ: ຜູ້ກ່ຽວສ້າງເຟສບຸກປອມ ແລະ ແອບອ້າງຕົວເປັນເຈົ້າໜ້າທີ່ຕຳຫຼວດ ເພື່ອເຮັດໃຫ້ຜູ້ເສຍຫາຍຫຼົງເຊື່ອ ໂອນເງິນໃຫ້ຜູ້ກ່ຽວໂດຍນໍາໃຊ້ບັນຊີຂອງບຸກຄົນອື່ນ ເພື່ອສໍ້ໂກງຊັບ, ລວມເປັນເງິນທີ່ໄດ້ຮັບຈາກຜູ້ເສຍຫາຍ ຈຳນວນ 346.500.000 ກີບ ພາຍຫຼັງໄດ້ຮັບເງິນຈາກຜູ້ຖືກເສຍຫາຍແລ້ວກໍໄດ້ນໍາເງິນດັ່ງກ່າວໄປຊື້ສັບສິນມີຄ່າ, ໃຊ້ຈ່າຍສ່ວນຕົວ. ປັດຈຸບັນ ເຈົ້າໜ້າທີ່ໄດ້ດຳເນີນຄະດີຕໍ່ຜູ້ກ່ຽວຕາມຂັ້ນຕອນຂອງກົດໝາຍ.

May be an image of 1 person and indoor

ຕໍ່ກັບເຫດການດັ່ງກ່າວທີ່ເກີດຂຶ້ນນີ້ ເຈົ້າໜ້າທີ່ຈຶ່ງຝາກເຕືອນມາຍັງພໍ່ແມ່ປະຊາຊົນພົນລະເມືອງລາວທຸກຄົນ ໃຫ້ມີສະຕິຍ່າຫຼົງເຊື່ອກຸ່ມຄົນບໍ່ດີ ທີ່ມີການໂຄສະນາຜ່ານສື່ສັງຄົມອອນລາຍ ກ່ຽວກັບການແລ່ນທວງເອົາເງິນຄືນຈາກຄະດີນາງພອນທິບ ໄຊປັນຍາ ສໍ້ໂກງຊັບ ທີ່ເຈົ້າໜ້າທີ່ກຳລັງດຳເນີນຢູ່, ຖ້າຫາກມີຜູ້ຖືກເສຍຫາຍມີຄວາມສົນໃຈແມ່ນໃຫ້ເຂົ້າມາພົວພັນໂດຍກົງຢູ່ທີ່ຫ້ອງການກົມຕຳຫຼວດເສດຖະກິດ ກົມໃຫຍ່ຕຳຫຼວດ ກະຊວງ ປກສ.
ຂ່າວ ຄວາມສະຫງົບ

Leave a Reply

Your email address will not be published. Required fields are marked *