ໄປຕາມນັດ ຫວຽດນາມ ພົບ ຮອງແຊັມເກົ່າ, ມາເລເຊຍ ພົບ ແຊັມເກົ່າ ຮອບຮອງບານເຕະຊີງແຊັມອາຊຽນ ບອກເລີຍທັງ 2 ຄູ່ສະຖິຕິສຸດສູສີ ແລະ ໜ້າຕິດຕາມຈາກຜົນງານທີ່ເຄີຍພົບກັນມາ 6 ນັດຫຼັງສຸດ
ໂດຍສະເພາະ ແຊ້ມເກົ່າ ໄທ ງານໜັກ ເພາະສະຖິຕິ 6 ນັດທີ່ຜ່ານມາແມ່ນບໍ່ເຄີຍຊະນະ ມາເລເຊຍ ໄດ້ເລີຍ, ສ່ວນ ຫວຽດນາມ ກັບ ອິນໂດເນເຊຍ ແມ່ນພັດປ່ຽນກັນຊະນະ ຮັບປະກັນວ່າມ່ວນແນ່ນອນ (ເບິ່ງສະຖິຕິລາຍລະອຽດທີ່ຄລິບລຸ່ມນີ້ )
ໂດຍຮອບ 4 ທີມສຸດທ້າຍຈະຍັງໃຊ້ກົດແຂ່ງຂັນແບບໃນບ້ານ ແລະ ນອກບ້ານຄືກັບ ປີທີ່ຜ່ານມາຄື:
ອິນໂດເນເຊຍ ອັນດັບ 2 ຂອງກຸ່ມ A ພົບກັບ ຫວຽດນາມ ອັດນັບ 1 ກຸ່ມ B ໂດຍນັດທໍາອິດແຂ່ງຂັນທີ່ບ້ານຂອງ ອິນໂດເນເຊຍ ກ່ອນໃນວັນທີ 6 ມັງກອນ 2023 ເວລາ 19:30 ໂມງ, ສ່ວນ ນັດທີ 2 ຈະກັບມາແຂ່ງຂັນໃນບ້ານຂອງ ຫວຽດນາມ ໃນວັນທີ 9 ມັງກອນ 2023 ເວລາ 19:30 ໂມງ.
ມາເລເຊຍ ອັດນັບ 2 ຂອງກຸ່ມ B ພົບກັບ ໄທ ອັນດັບ 1 ກຸ່ມ A ໂດຍຈະແຂ່ງຂັນໃນບ້ານຂອງ ມາເລເຊຍ ກ່ອນໃນວັນທີ 7 ມັງກອນ 2023 ເວລາ 20:30 ໂມງ, ສ່ວນ ນັດທີ 2 ຈະກັບມາແຂ່ງຂັນທີ່ ໄທ ໃນວັນທີ 10 ມັງກອນ 2023 ເວລາ 19:30 ໂມງ.