• Sun. Dec 10th, 2023

Lao Sport Update

ຮອບດ້ານວົງການກິລາ

ກົມກອງຮາກຖານທີ່ຂຶ້ນກັບກອງພົນທີ 2 ສຳເລັດການອົບຮົມ-ຫັດແອບຍິງລູກປືນແທ້

ໜັງສືພິມກອງທັບປະຊາຊົນລາວສະບັບອອນລາຍລາຍງານວ່າ: ໃນວັນທີ 28 ທັນວາ 2022 ຜ່ານມານີ້ ກອງພັນ 627, ກອງພັນ 629 ເຫຼົ່າຮົບປືນໃຫຍ່ໜ້າດິນ ແລະ ກອງພັນ 263 ເຫຼົ່າຮົບປ້ອງກັນອາກາດ ໄດ້ສຳເລັດການອົບຮົມ-ຫັດແອບຍິງລູກປືນແທ້ ປະຈຳປີ 2022.

ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນເອກ ຄຳດີ ໄຊຍະວົງ ຫົວໜ້າການທະຫານ ກອງພົນທີ 2 , ມີບັນດາສະຫາຍຄະນະຊີ້ນຳລວມການອົບຮົມ-ຫັດແອບ, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ເຂົ້າຮ່ວມ.

ການອົບຮົມ-ຫັດແອບຍິງລູກປືນແທ້ຄັ້ງນີ້ ໂດຍປະຕິບັດຕາມແຜນການອົບຮົມ-ຫັດແອບ ປະຈຳປີ 2022 ຂອງກອງພົນທີ 2 ແລະ ເພື່ອກວດກາຕີລາຄາຄວາມຮັບຮູ້, ຄວາມສາມາດໃນການບັນຊາຂອງພະນັກງານ-ນັກຮົບແຕ່ລະຂັ້ນ ແລະ ໃນການນຳໃຊ້ອາວຸດ-ຍຸໂທປະກອນເຕັກນິກການທະຫານຮາບ ແລະ ເຫຼົ່າຮົບວິຊາສະເພາະຂອງຕົນໃຫ້ມີຄວາມຊຳນິຊຳນານຄ່ອງແຄ້ວ ຮູ້ໝູນໃຊ້ທິດສະດີຫຼັກການທີ່ໄດ້ຮຽນມາເຂົ້າສູ່ພາກປະຕິບັດຕົວຈິງ.

ທັງເປັນການປັບປຸງກໍ່ສ້າງກຳລັງໃນຖັນແຖວຂັ້ນກອງພົນກໍຄືເຫຼົ່າຮົບວິຊາສະເພາະປືນໃຫຍ່ໜ້າດິນ ແລະ ເຫຼົ່າຮົບປ້ອງກັນອາກາດທີ່ຂຶ້ນກັບໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ມີແບບແຜນສູ້ຮົບທີ່ທັນສະໄໝ, ມີຄວາມຄ່ອງແຄ້ວໃນການບັນຊາສູ້ຮົບ ແລະ ການນຳໃຊ້ອາວຸດ-ຍຸດໂທປະກອນຕ່າງໆ, ເຮັດໜ້າທີ່ເຄື່ອນໄຫວກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊຕົວຈິງໄດ້ໃນທຸກຮູບແບບ ຮັບປະກັນເຮັດໃຫ້ຂົງເຂດກົມກອງຮັບຜິດຊອບມີຄວາມສະຫງົບປອດໄພໂດຍພື້ນຖານ, ຜ່ານການອົບຮົມ-ຫັດແອບຍິງລູກປືນແທ້ເຫັນໄດ້ວ່າມີຜົນສຳເລັດສາມາດບັນລຸໄດ້ຕາມແຜນການ ແລະ ຄາດໝາຍທີ່ວາງໄວ້ ຮັບປະກັນຄວາມປອດໄພໃຫ້ແກ່ກຳລັງ ແລະ ພາຫະນະອາວຸດໄດ້ 100%.

ໂດຍ: ສຸວັນໂນ ທະລັງສິ

Leave a Reply

Your email address will not be published. Required fields are marked *