• Sun. Jun 4th, 2023

Lao Sport Update

ຮອບດ້ານວົງການກິລາ

ປ່າເຢັ້ງຊາ ລໍ່ ນາງງາມແຫ່ງຜູ້ໃຫ້ ຢາກສ້າງໂຮງຮຽນໃຫ້ຜູ້ດອຍໂອກາດໄດ້ເຂົ້າຮຽນ ແລະ ພັດທະນາຕົນເອງ

ປ່າເຢັ້ງຊາ ລໍ່ ມິສຢູນີເວີດລາວ 2022 ເຊິ່ງນ້ອງເປັນບຸກຄົນທີ່ສາມາດເປັນແບບຢ່າງໃຫ້ກັບຫຼາຍໆຄົນໃນການສານຝັນທີ່ຢາກເປັນໃຫ້ກາຍເປັນຈີງໄດ້.

ນ້ອງກຳເນີດໃນຄອບຄົວທຸກຍາກທຳມະດາ ບໍ່ໄດ້ຮຽນອິນເຕີມາແຕ່ນ້ອຍ ແຕ່ນ້ອງມີຄວາມມຸ້ງໝັ້ນຕັ້ງໃຈຄົ້ນຄວ້າຮ່ຳຮຽນ ທັງນອກ ແລະໃນຕຳລາ ຮຽນທັງແບບອອນລາຍ ແລະອັອຟລາຍຈົນສາມາດນຳເອົາຄວາມຮູ້ທີ່ຕົນມີມາແບ່ງປັນໃຫ້ຄົນທີ່ຍັງບໍຮູ້ໄດ້ຮຽນຮູ້ນຳເທື່ອລະໜ້ອຍ ສຸດທ້າຍນ້ອງປ່າໄດ້ນາມໃໝ່ຕາມມາຄືສາວຄູປ່າເຢັ້ງຊາ.

.

ການກ້າວມາປະກວດໃນເວທີຈັກກະວານເປັນຄວາມຝັນຂອງນ້ອງທີ່ຍິ່ງໃຫຍ່ກວ່າການເປັນນາງງາມ ນ້ອງຢາກເອົາໂຕເອງເປັນຕົ້ນແບບໃນການບຸກທະລຸສູ່ເປົ້າໝາຍຂອງຊີວິດຄື ສິ່ງທີ່ຖ້ານ້ອງເຮັດໄດ້ທຸກຄົນຈະຕ້ອງເຮັດໄດ້ ນ້ອງປ່າບອກວ່າ ການຮຽນຮູ້ ແລະພະຍາຍາມບໍແມ່ນຈະເລີ່ມມື້ນີ້ສຳເລັດມື້ອື່ນ ມັນຕ້ອງໃຊ້ເວລາ ແລະເຮັດເລື້ອຍໆຈິ່ງຈະງົດງາມສົມບູນແບບຂຶ້ນ.

.

ຄວາມຝັນສູງສຸດຂອງ ມິສຢູນີເວີດປີນີ້ຄືຢາກສ້າງໂຮງຮຽນທີ່ເປີດໂອກາດໃຫ້ຄົນຢາກຮຽນຢາກພັດທະນາໂຕເອງແຕ່ຂາດທຶນການສຶກສາ ໃຫ້ເຂົາໄດ້ເຂົ້າມາສານຄວາມຝັນສູ່ຄວາມສຳເລັດໄປມີອະນາຄົດທີ່ດີ ທັ້ງນີ້ສິ່ງໜຶ່ງທີ່ຢາກໃຫ້ນຳມາສອນໃນໂຮງຮຽນແຫ່ງຄວາມຫວັງນີ້ກໍ່ຄືການປ່ຽນມາຍເຊັດ ແລະແນວທາງຄວາມຄິດຄວາມຢາກ ເຂົາຕ້ອງຄົ້ນພົບໂຕເອງແຕ່ເນີ້ນໆ ແລະກ້າວໄປສູ່ຝັນຢ່າງມີເປົ້າໝາຍ ບໍ່ແມ່ນໃຊ້ຊີວີດເລື່ອນລອຍບໍ່ຮູ້ປາຍທາງຂ້າງໜ້າຢາກຮຽນຫຍັງເຮັດຫຍັງ.

.

.

ໂອກາດທີ່ ນ້ອງ ປ່າເຢັ້ງຊາ ລໍ່ ເດີນທາງໄປປະກວດທີ່ເວທີໃຫຍ່ໃນສະຫະລັດ ອາເມລິກາ ນ້ອງກໍ່ມີໂອກາດໄດ້ໄປຢ້ຽມຢາມໂຮງຮຽນແຫ່ງໜຶ່ງທີ່ມີຊື່ວ່າ CSE ນ້ອງໄດ້ໂພສຄວາມໃນໃຈວ່າ ໂຮງຮຽນແຫ່ງນີ້ເປັນຕົ້ນແບບທີ່ດີຫຼາຍ ໃຫ້ນ້ອງໃນນັ້ນມີທຸກສິ່ງຢ່າງທີ່ນັກຮຽນຄວນຈະມີ ແລະນ້ອງເອງຈະໄດ້ນຳເອົາບາງສ່ວນໄປປັບໃຊ້ໃນໂຮງຮຽນແຫ່ງຄວາມຝັນຂອງຕົນເອງໃນອະນາຄົດ.

Leave a Reply

Your email address will not be published. Required fields are marked *