ກະແສຕອບຮັບຂອງຄົນລາວທີ່ສະຫະລັດອາເມຣິກາລົ້ນເຫຼືອອີຫຼີ ສຳລັບນ້ອງ ປ່າເຢັ້ງຊ່າ ລໍ່ Miss Universe Laos 2022 ທີ່ໄດ້ເດີນທາງໄປສະຫະລັດອາເມລິກາ ແຕ່ວັນທີ21 ທັນວາ ຜ່ານມາ ເພື່ອກຽມເຂົ້າເກັບຕົວປະກວດ Miss Universe 2022.
ຕະຫຼອດຫຼາຍວັນຢູ່ສະຫະລັດອາເມີຣິກາ ນ້ອງປ່າ ກໍເດີນສາຍເຮັດຫຼາຍກິດຈະກຳ ເພື່ອພົບປະຄົນລາວທີ່ສະຫະລັດອາເມຣິກາ.
.
.
ຫຼ້າສຸດ ໄດ້ເດີນທາງໄປ ມິເນໂຊຕ້າ Minnesota ເພື່ອລົງພົບປະຢ້ຽມຢາມ ພໍ່ແມ່ພີ່ນ້ອງຄົນລາວ ເຊິ່ງ ເປັນອີກຫນຶ່ງລັດ ທີ່ມີປະຊາກອນຄົນລາວ ອາໄສຢູ່ເປັນຈຳນວນຫລາຍ.
.
ນະທີ່ດັ່ງກ່າວ ກໍມີການຈັດງານMeet & Greet ປ່າເຢັ້ງຊາ ລໍ່ Miss Universe Laos 2022 ທີ່ໄດ້ຮັບຄວາມອົບອຸ່ນ ແລະ ການຕອນຮັບຢ່າງຍິ່ງໃຫຍ່ ຈາກພີ່ນ້ອງຊາວລາວ ແລະ ພີ່ນ້ອງຄົນມົ້ງ ໃນສະຫະລັດ ອາເມຣິກາ
.
ຖືວ່າເປັນອີກຫນື່ງແຮງພັກດັນທີ່ດີ ໃຫ້ກັບຕົວແທນປະເທດລາວເຮົາໃນປີນີ້ ແລະ ເຊື່ອວ່າ ພະລັງເລົ່ານີ້ແຫລະ ທີ່ທຸກຄົນມອບໃຫ້ ຈະເຮັດໃຫ້ຜູ້ຍິງຄົນນີ້ຄ້ວາເອົາມົງກຸດ ມາຝາກພວກເຮົາຄົນລາວທົ່ວປະເທດ
.
.
.