• Wed. Jun 7th, 2023

Lao Sport Update

ຮອບດ້ານວົງການກິລາ

ຊາຍຜູ້ພາ ເບຣນຟອດ ນ໊ອກທີມຍັກໃຫຍ່ໃນພຣີເມຍລີກ ລົ້ມ ແມນຢູ, ແມນຊິຕີ້ ແລະ ລິເວີພູລ

ຊາຍຜູ້ ພາ ເບຣນຟອດ ນ໊ອກທີມຍັກໃຫຍ່ໃນພຣີເມຍລີກ ບໍ່ວ່າຈະເປັນການລົ້ມ ແມນຢູ ແບບຂາດລອຍ, ລົ້ມແມນຊິຕີ້ ແລະ ຫຼ້າສຸດຊະນະ ລິເວີພູລ ສໍາລັບ ໂທມັສ ແຟຣງ ຜູ້ຈັດການທີມຂອງ ເບຣນຟອດ ຫຼັງສ້າງຜົນງານຢ່າງໂດດເດັ່ນໃນພຣີເມຍລີກ ອັງກິດ ລະດູການ 2022-2023 ເຮັດໃຫ້ລາວກາຍເປັນຜູ້ຈັດການທີມທີ່ຖືກເວົ້າເຖິງກັນຫຼາຍທີ່ສຸດໃນຕອນນີ້.

ໂດຍສະເພາະນັດຫຼ້າສຸດວັນທີ 3 ມັງກອນ 2022 ເບຣນຟອດ ສາມາດເປີດບ້ານເອົາຊະນະ ລິເວີພູລ 3-1 ໃນການແຂ່ງຂັນພຣີເມຍລີກ ອັງກິດ ເຮັດເຮັດໃຫ້ ເບຣນຟອດ ເກັບເພີ່ມເປັນ 26 ຄະແນນເລື່ອນຂຶ້ນໄປຢູ່ອັນດັບທີ 7 ຂອງຕາຕະລາງຄະແນນລວມຕາມຫຼັງ ລິເວີພູລ ທີມອັນດັບ 6 ພຽງ 2 ຄະແນນເທົ່ານັ້ນ ( ເບິ່ງລາຍລະອຽດທີ່ຄລິບເພີ່ມຕື່ມ )

ຈາກຜົນດັ່ງກ່າວເຮັດໃຫ້ ແຟຣງ ພາ ເບຣນຟອດ ບໍ່ເສຍໃຫ້ກັບທີມໃດມາ 6 ນັດຕິດຕໍ່ກັນ ແລະ ຍັງມີສະຖິຕິທີ່ໂດດເດັ່ນເມື່ອພົບກັບ 6 ທີມຍັກໃຫຍ່ໃນພຣີເມຍລີກ ອັງກິດ ລະດູການນີ້ຫຼັງຜ່ານໄປ 18 ນັດຄື: ເປີດບ້ານຊະນະ ລິເວີພູລ 3-1, ເປີດບ້ານສະເໝີ ສະເປີ 2-2, ບຸກຊະນະ ແມນເຊັສເຕີ ຊິຕີ້ 2-1, ເປີດບ້ານສະເໝີ ເຊລຊີ 0-0, ເປີດບ້ານເສຍໃຫ້ ອາເຊນອລ 0-3 ແລະ ເປີດບ້ານຊະນະ ແມນເຊັສເຕີ ຢູໄນເຕັດ 4-0.

Leave a Reply

Your email address will not be published. Required fields are marked *