• Sat. Dec 9th, 2023

Lao Sport Update

ຮອບດ້ານວົງການກິລາ

ຄູ່ເອກ Yuanyu ຊະນະ Jui ຄວ້າແຊັມຊາຍດ່ຽວສຸດມັນ ປິ່ງປ່ອງຊີງແຊ້ມອາຊີ ຄັ້ງປະຫວັດສາດທີ່ລາວ

CHEN Yuanyu ( ເສື້ອດໍາ ) ນັກກິລາປິ່ງປ່ອງຈາກ ສປ ຈີນ ຊະນະ Cheng-Jui ຈາກໄຕຫວັນ 4-0 ເຊັດ ຄວ້າແຊັມປະເພດດ່ຽວຊາຍ ຢູ 19 ປີ ໃນການແຂ່ງຂັນປິ່ງປ່ອງເຍົາວະຊົນ ຊີງແຊ້ມອາຊີ ຄັ້ງທີ 26 ປະຈໍາປີ 2022 ທີ່ສູນການຄ້າ ໄອເຕັກມໍ, ສປປ ລາວ ເປັນເຈົ້າພາບ ຄັ້ງປະຫວັດສາດ ເມື່ອວັນທີ 6 ກັນຍາ 2022.

ສໍາລັບ ລາຍການນີ້ ນັກກິລາ 165 ຄົນ ທີ່ມາຈາກ 17 ປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມຊີງໄຊທັງໝົດ 11 ລາຍການ ໂດຍນັກກິລາ 17 ປະເທດ ແລະ ເຂດແຄວ້ນ ທີ່ເຂົ້າຮ່ວມຄັ້ງນີ້ ປະກອບມີ: ບາເຣນ, ບັງກລາເທດ, ສປ ຈີນ, ໄຕຫວັນ, ຮົງກົງ, ອີຣານ, ອິນເດຍ, ຍີ່ປຸ່ນ, ຄາຊັກສະຖານ, ມາເລເຊຍ, ເນປານ, ກາຕາ, ສ.ເກົາຫຼີ, ສິງກະໂປ, ໄທ, ອຸດສະເບກິສະຖານ ແລະ ສປປ ລາວ ເຈົ້າພາບ.

ນອກນັ້ນ, ໄຊຊະນະນັດນີ້ເຮັດໃຫ້ ສປ ຈີນ ຄອງເຈົ້າຫຼຽນຄໍາກວາດໄປ 5 ຫຼຽນຄໍາ, 3 ຫຼຽນເງິນ ແລະ 8 ຫຼຽນທອງ; ອັນດັບ 2 ຍີ່ປຸ່ນ ໄດ້ 4 ຫຼຽນຄໍາ, 3 ຫຼຽນເງິນ ແລະ 3 ຫຼຽນທອງ; ທີ 3 ອິນເດຍ ໄດ້ 1 ຫຼຽນຄໍາ ແລະ 3 ຫຼຽນທອງ.

ສ່ວນຜົນງານຂອງທັບນັກກິລາລາວ ແມ່ນບໍ່ຜ່ານຮອບທໍາອິດ

Leave a Reply

Your email address will not be published. Required fields are marked *