• Fri. Dec 1st, 2023

Lao Sport Update

ຮອບດ້ານວົງການກິລາ

ຈຸດທ່ອງທ່ຽວໃໝ່ ໄປນະຄອນໄກສອນ ຢ່າລືມໄປເດີ້ “ໂຄງການສ້າງສິນລະປະຂ້າງຖະໜົນ (ຕາມຝາອາຄານເກົ່າ) ສະຫວັນນະເຂດ “

ຊົມເຊີຍວິໄສທັດເຮັດແທ້ທໍາຈິງ ທ່ານ ສັນຕິພາບ ພົມວິຫານ (ເຈົ້າແຂວງຯ ສະຫວັນນະເຂດ ), ຄະນະບໍລິຫານແຂວງສະຫວັນນະເຂດ ແລະ ນັກແຕ້ມສິນລະປະ ລວມເຖິງຜູ້ສະໜັບສະໜູນ ໂຄງການດັ່ງກ່າວ
ທີ່ຮູ້ໆແມ່ນແນວຄິດ ທ່ານເຈົ້າແຂວງເພິ່ນຮັກສິນລະປະ ແລະ ຢາກສ້າງຈຸດທ່ອງທ່ຽວໃຫ້ເມືອງສະຫວັນນະເຂດໃຫ້ມີສີສັນໃໝ່ “
“ໂຄງການສ້າງສິນລະປະຂ້າງຖະໜົນ (ຕາມຝາອາຄານເກົ່າ) ສະຫວັນນະເຂດ “.

.

ປະມວນພາບບັນຍາກາດ ພີທີມອບຮັບ ໂຄງການ ແຕ້ມສິລະປະບໍລິເວນຝາອາຄານເກົ່າ ນະຄອນໄກສອນພົມວິຫານ ເຊິ່ງເປັນຫນຶ່ງໃນ 19 ໂຄງການບຸລິມະສິດ ຂອງແຜນແມ່ບົດໃນການຟື້ນຟູ ພັດທະນາ ແລະປັກປັກຮັກສາຕົວເມືອງເກົ່າໄກສອນພົມວິຫານ ເພື່ອສົ່ງເສີມການທ່ອງທ່ຽວ ແຂວງສະຫວັນນະເຂດ.


.

.

ໂຄງການ ແຕ້ມສິລະປະບໍລິເວນຝາອາຄານເກົ່າ ນະຄອນໄກສອນພົມວິຫານນີ້ ຖືໄດ້ວ່າເປັນອີກຫນຶ່ງແມ່ແຮງຍຸດທະສາດອັນສໍາຄັນ ທີ່ຈະຊ່ວຍຂັບເຄື່ອນ ແລະສ້າງສັນບັນຍາກາດຂອງຕົວເມືອງເກົ່າ ໃຫ້ໄດ້ຮັບການພັດທະນາຕາມແນວທາງການປັບປຸງທີ່ວ່າອອກກໍຄື “ເມືອງເກົ່າສີຂຽວ ທ່ອງທ່ຽວສ້າງສັນ” ທີ່ນອກຈາກຈະຊ່ວຍປັບປຸງໃນເຊິງກາຍະພາບ ແລະທັດສະນີຍະພາບໃຫ້ກັບຕົວເມືອງໃຫ້ມີຊີວິດຊີວາຂື້ນແລ້ວ ຍັງຈະເປັນອີກຫນຶ່ງເຄື່ອງມືອັນສໍາຄັນໃຫ້ກັບທ້ອງຖິ່ນ ແລະພາກທຸລະກິດໃນການຟື້ນຟູ ແລະກະຕຸ້ນເສດຖະກິດ ແລະການທ່ອງທ່ຽວເມືອງເກົ່າ ໃຫ້ກັບມາຄຶກຄຶ້ນອີກຄັ້ງ.

.

.

ເຊິ່ງມາເຖິງປະຈຸບັນ ຜົນສໍາເລັດຂອງໂຄງການ ກໍຖືໄດ້ວ່າເປັນພາບທີ່ປະຈັກຕາໃນຊົມຊົນເມືອງເກົ່າຄັນທະບູລີຫລາຍຂື້ນ, ບໍລິເວນຈຸດ ຫລືຝາທີ່ມີການແຕ້ມສິລະປະ ກໍໄດ້ຮັບຄວາມສົນໃຈຈາກມວນຊົນທັງທ້ອງຖິ່ນ ແລະ ຈາກສັງຄົມພາຍນອກໃນການເຂົ້າໄປຢ້ຽມຊົມ ແລະເກີດບັນຍາກາດທີ່ຄຶກຄື້ນໃຫ້ກັບຕົວເມືອງເກົ່າ ເຊິ່ງເຮົາເຊື່ອແນ່ວ່າໄດ້ຕໍ່ຫນ້າ ສິ່ງດັ່ງກ່າວນີ້ ຈະສາມາດຜັນຂະຫຍາຍການເປັນເຄືອງມືອັນສໍາຄັນຂອງທ້ອງຖິ່ນ ໃນການດຶງດູດນັກທ່ອງທ່ຽວ ເຂົ້າມາທ່ຽວຊົມ ແລະຮຽນຮູ້ເມືອງເກົ່າຫລາຍຂື້ນ ແລະຊ່ວຍກະຕຸ້ນເສດຖະກິດພາຍໃນໃຫ້ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງອີກດ້ວຍ.

.

.

.

ພາບ: #APA #streetart #savannakhetoldtown

Leave a Reply

Your email address will not be published. Required fields are marked *