ເລື່ອງລາວບໍ່ເປັນຕາເຊື່ອແຕ່ມັນຄືຄວາມຈີງ ໃນທຸກວັນນີ້ຮູ້ວ່າກາງອາກາດນອກຈາກຈະມີຝຸງນົກບິນເວິ່ນທຸກມື້ແລ້ວ ຍົນແລ່ນໄປມາກໍ່ຫຼາຍ ແຕ່ແຮລີຄອບເຕີທີ່ດົນໆອອກບິນກໍ່ບັງເອີນໄດ້ໄປຕຳກັນຢູ່ກາງອາກາດເກີດເປັນອຸບັດຕິເຫດຈົນໄດ້.
ເຫດເກີດໃນວັນທີ 2 ມັງກອນ 2023 ຜ່ານມາ, ເກີດເຫດເຮືອບິນເຮລິຄອບເຕີ 2 ລຳຕຳກັນກາງອາກາດ ໃກ້ກັບສວນນ້ຳທະເລ Sea World, ທີ່ເມືອງໂກໂຄດ Gold Coast ປະເທດອອສເຕເລຍ, ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ ແລະ ບາດເຈັບສາຫັດ 3 ຄົນ.
ເຈົ້າໜ້າທີ່ຕຳຫຼວດໄດ້ລະບຸວ່າ: ເຮລິຄອບເຕີທັງ 2 ລຳຕຳກັນກາງອາກາດ ໂດຍລຳໜຶ່ງໄດ້ຕົກກະທົບລົງມາກັບພຶ້ນຈົນພິກຄວ້ຳ ແລະ ເສດສ່ວນຂອງເຮືອບິນຫຼຸດອອກ ແລະ ກະຈາຍໄປທົ່ວ, ສ່ວນອີກລຳໜຶ່ງມີແຕ່ແວ່ນບັງລົມດ້ານໜ້າຫຼຸດອອກ ເຮັດໃຫ້ຜູ້ໂດຍສານທັງໝົດໄດ້ຮັບບາດເຈັບ ແຕ່ສາມາດປະຄອງລົງຈອດໄດ້.
ໃນເບື້ອງຕົ້ນ, ເຈົ້າໜ້າທີ່ຄາດວ່າ: ການປະທະກັນຂອງເຮລີຄອບເຕີອາດຈະເກີດຂຶ້ນເນື່ອງຈາກລຳໜຶ່ງກຳລັງຈະບິນຂຶ້ນ ໃນຂະນະທີ່ອີກລຳໜຶ່ງ ກຳລັງກຽມທີ່ຈະລົງຈອດໃນຈັງຫວະທີ່ໃກ້ຄຽງກັນ ແນວໃດກໍ່ຕາມຄວາມຈີງສາເຫດແນວໃດແທ້ແມ່ນເຈົ້າໜ້າທີ່ຈະດຳເນີນການສຶບສວນຕໍ່ໄປ.