• Mon. May 29th, 2023

Lao Sport Update

ຮອບດ້ານວົງການກິລາ

ເປີດ​ໂຮງງານ​ເກີບ​ໜັງ ແລະ ເຄື່ອງ​ອຸປະໂພກ ກະຊວງປ້ອງ​ກັນ​ຄວາມ​ສະຫງົບ

ພິທີ​ເປີດ​ໂຮງງານ ເກີບ​ໜັງ ແລະ ເຄື່ອງ​ອຸປະໂພກ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ໄດ້ຈັດຂຶ້ນໃນ​ວັນ 28 ທັນວາ 2022, ທີ່ບ້ານ​ໃໝ່​ດານ​ຊີ ເມືອງ​ນາຊາຍ ທອງ ນະຄອນຫຼວງວຽງ​ຈັນ, ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ທ່ານ ພົນ​ໂທ ກົງ​ທອງ ພົງ​ວິຈິດ ກຳມະການ​ສູນ​ການ​ພັກ, ຮອງ​ລັດຖະມົນຕີ​ກະ​ຊວງປ້ອງ​ກັນ​ຄວາມ​ສະຫງົບ, ມີ ທ່ານ ພົນ​ຈັດຕະວາ ຍ່າ​ເອີ​ລາວ​ລີ ຮັກສາ​ການ​ຫົວໜ້າ​ກົມ​ໃຫຍ່​ພະລາທິການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ທ່ານ ຂັນ​ຕິ ຈັນທະ​ສີ​ພາ ປະທານ ບໍລິສັດ ເອັບ​ເອັມ​ບີ ການ​ຄ້າ ຈຳກັດ​ຜູ້​ດຽວ, ມີ​ບັນດາຮອງ​ລັດຖະມົນຕີ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ແຂກ​ຖືກ​ເຊີນ ແລະ ພະນັກງານ​ຫຼັກ ແຫຼ່ງໂຮງງານ​ເກີບ​ໜັງ ແລະ ເຄື່ອງ​ອຸປະໂພກ ກະຊວງປ້ອງ​ກັນ​ຄວາມ​ສະຫງົບ ເຂົ້າ​ຮ່ວມ.

ທ່ານ ພົນ​ຈັດຕະວາ ຍ່າ​ເອີ​ລາວ​ລີ ຮັກສາ​ການ​ຫົວໜ້າ​ກົມ​ໃຫຍ່​ພະລາທິການ ກະຊວງ ປ້ອງ​ກັນ​ຄວາມ​ສະຫງົບ ໄດ້​ກ່າວ​ວ່າ: ໂຮງງານ​ເກີບ​ໜັງ ແລະ ເຄື່ອງ​ອຸ ປະໂພກ ກະຊວງ ປ້ອງ​ກັນ​ຄວາມ​ສະຫງົບ ເປັນ​ໂຄງການ​ຮ່ວມມື ລະຫວ່າງກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ແລະ ນັກທຸລະກິດ ລາວ (ບໍລິສັດ ເອັບ​ເອັມ​ບີ ການ​ຄ້າ ຈຳກັດ​ຜູ້​ດຽວ); ບໍລິສັດ​ດັ່ງກ່າວ ໄດ້​ສະເໜີ​ຂໍ​ສ້າງຕັ້ງ​ໂຮງງານ ຜະລິດ​ເກີບ​ໜັງ ແລະ ເຄື່ອງ​ອຸປະໂພກ ​ປກສ ດ້ວຍ​ການ​ລົງທຶນ​ຂອງ​ບໍລິສັດ 100%.

 

ກົມ​ວິຊາ​ສະເພາະ ກະຊວງ ​ປກສ ກໍ​ໄດ້​ຈັດ​ຕັ້ງ​ປະຕິບັດຕາມ​ພາລະ​ບົດບາດ​ຂໍ​ທິດ​ຊີ້​ນຳ​ຈາກ ກະຊວງ ​ປກສ ບົນ​ພື້ນຖານລະບຽບ​ກົດໝາຍ​ທີ່​ກ່ຽວຂ້ອງ ແລະ ຈັດ​ກອງ​ປະຊຸມ​ປຶກສາ​ຫາລືຮ່ວມ​ກັບບໍລິສັດຫຼາຍ​ຄັ້ງ ເພື່ອ​ເອກະ​ພາບ​ເນື້ອ​ໃນ​ຂອງ ແຕ່​ລະ​ຝ່າຍ​ທີ່​ມີ​ຄວາມ​ສົນໃຈ​ນຳ​ກັນ ແລະ ມີ​ຄວາມ​ເປັນ​ໄປ​ໄດ້​ໃນ​ໂຄງການ​ດັ່ງກ່າວ, ມາ​ຮອດ​ໃນ​ວັນ​ທີ 28 ທັນວາ 2020 ຈຶ່ງ​ໄດ້ ຮັບ​ການ​ອະນຸມັດ​ຂໍ້​ຕົກລົງ​ຈາກ​ທ່ານ ລັດຖະມົນຕີ​ກະຊວງ ​ປກສ ເຫັນ​ດີ ໃຫ້​ກົມ​ໃຫຍ່​ພະລາທິການ ກະຊວງ ​ປກສ ລົງ​ນາມ​ບົດ​ບັນ ທຶກ (MOU) ກັບ​ບໍລິສັດ ໃນ​ ວັນ​ທີ 30 ທັນວາ 2020 ເພື່ອ​ ຄົ້ນຄວ້າ​ວິໄຈ​ຕໍ່​ກັບ​ໂຄງການດັ່ງກ່າວ, ຜ່ານ​ການ​ຄົ້ນຄວ້າ​ສຶກສາ ​ຂອງ​ຄະນະ​ຮັບຜິດຊອບເຫັນ​ວ່າໂຄງການ​ແມ່ນ​ມີຄວາມ​ເປັນ​ໄປ​ໄດ້, ກະຊວງ ​ປກສ ຈຶ່ງໄດ້​ອະ ນຸມັດເຫັນ​ດີໃຫ້​ກົມ​ໃຫຍ່ພະລາທິການເຊັນ​ສັນຍາຮ່ວມ​ກັບບໍລິສັດ ເອັບ​ເອັມ​ບີ ການ​ຄ້າ ຈຳກັດ ໃນ​ວັນ​ທີ 19 ມີນາ 2021 ແລະ ໄດ້​ມີ​ພິທີ ເປີດ​ໂຮງງານ​ດັ່ງກ່າວ ໃນ​ວັນ​ທີ 28 ທັນວາ 2022 ນີ້.

ຈຸດປະສົງ​ຂອງ​ໂຄງການ​ກໍ​ແມ່ນ​ເພື່ອ​ຮັບປະກັນ​ການ​ສະໜອງ​ເກີບ​ໜັງ ແລະ ເຄື່ອງ​ອຸປະໂພກ​ໃຫ້​ແກ່ ກະຊວງປ້ອງ​ກັນ​ຄວາມ​ສະຫງົບ, ເພື່ອ​ຫຼຸດຜ່ອນ​ການ​ນຳ​ເຂົ້າ​ຜະລິດ​ຕະ​ພັນ​ສຳເລັດ​ຮູບ ແລະ ຫຼຸດຜ່ອນ​ການ​ນຳ​ໃຊ້​ເງິນຕາ​ຕ່າງປະເທດ, ທັງ​ເປັນ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ ໃຫ້​ປະຊາຊົນ​ບັນດາເຜົ່າ. ຜົນ​ໄດ້​ຮັບ​ຂອງ​ໂຄງການ​ແມ່ນ​ຈະ​ສະໜອງ​ເຄື່ອງຮັບ​ໃຊ້​ໃຫ້​ກຳລັງ ​ປກສ ແລະ ສັງຄົມ​ທົ່ວ​ໄປ, ຖືກ​ກັບ​ທິດ​ຊີ້ນຳ​ຂອງ​ຂັ້ນ​ເທິງ ໃນ​ການ​ສ້າງ​ພະລາທິການ​ກັບ​ທີ່ ຕາມ​ທິດ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ ເຂັ້ມແຂງ​ດ້ວຍ​ຕົນ​ເອງ ເທື່ອ​ລະ​ກ້າວ, ເປັນ​ການ​ປະກອບສ່ວນ​ອັນ​ສຳຄັນ ເຂົ້າ​ໃນ​ການ​ພັດທະນາ​ເສດ​ຖະກິດ​ຂອງ​ຊາດ.

ທ່ານ ຂັນ​ຕິ ຈັນທະ​ສີ​ພາ ປະທານ ບໍລິສັດ ເອັບ​ເອັມ​ບີ ການ​ຄ້າ ຈຳກັດ​ຜູ້​ດຽວ ກ່າວ​ວ່າ: ບໍລິສັດ ໄດ້​ຮັບ​ການ​ອະນຸມັດ ເຫັນ​ດີ​ຈາກ ກະຊວງ ​ປກສ ແລະ ໄດ້ ສົມທົບ​ກັບ​ກົມ​ໃຫຍ່​ພະລາທິການ ແລະ ກົມ​ກອງ​ກ່ຽວຂ້ອງ ປຶກສາ​ຫາລື​ຄົ້ນຄວ້າ ຢ່າງ​ຖືກຕ້ອງ​ຕາມ​ຂັ້ນ​ຕອນ​ລະບຽບ​ກົດໝາຍ ເຊິ່ງ​ມີ​ມູນ​ຄ່າ​ການ​ລົງທຶນ ຈຳນວນ 890.500 ໂດ​ລາ​ສະຫະລັດ, ໄລຍະ​ເວລາ​ຮ່ວມ​ດຳເນີນ​ທຸລະ​ກິດ 30 ປີ ໂດຍ​ນຳ​ໃຊ້​ທີ່​ດິນ ກະຊວງ ​ປກສ ຄຸ້ມ​ຄອງ; ການ​ແບ່ງປັນ​ຜົນ​ປະໂຫຍດ ບໍລິສັດ ຈະ​ໄດ້​ມອບ​ພັນທະຊຸກຍູ້ ວຽກ​ງານ​ວິຊາ​ສະເພາະ​ຂອງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ດ້ວຍ​ອັດຕາ 3% ຂອງ​ຍອດ​ຂາຍ​ຜະລິດ​ຕະ​ພັນ​ທັງ​ໝົດ​ໃນ​ແຕ່​ລະ​ປີ​ຂອງ​ໂຮງງານ​ເກີບ​ໜັງ ແລະ ເຄື່ອງ​ອຸປະໂພກ ​ປກສ, ນັບ​ແຕ່​ປີ​ທີ 6 ຈົນ​ຮອດ​ສິ້ນ​ສຸດ​ສັນຍາ ເຊິ່ງ​ທຸກໆ 5 ປີ​ໃດ ຈະ​ມີ​ການ​ຄົ້ນຄວ້າ​ກ່ຽວ​ກັບ​ອັດຕາ​ເງິນ​ປັນ​ຜົນ​ຄືນໃໝ່, ໂດຍ​ກຳນົດ​ເອົາ​ເງິນ​ພັນທະ 3 % ເປັນ​ບ່ອນ​ອີງ​ໃນ​ການ​ຄິດໄລ່.

ໂອກາດ​ດັ່ງກ່າວ , ໂຮງງານ​ເກີບ​ໜັງ ແລະ ເຄື່ອງ​ອຸປະໂພກ ​ປກສ ຍັງ​ໄດ້​ມອບ​ເງິນ​ຊຸກຍູ້ໃຫ້ ກະຊວງ ​ປກສ ມູນ​ຄ່າ 500.000.000 ກີບ .

Leave a Reply

Your email address will not be published. Required fields are marked *