ພະຍາກອນອາກາດຈາກກົມອຸຕຸນິຍົມ ແລະອຸທົກກະສາດ ວັນທີ 3 ມັງກອນ 2023 ລາຍງານວ່າ: ບໍລິເວນຄວາມກົດດັນສູງຂອງອາກາດໜາວເຢັນທີ່ມີກໍາລັງແຮງໄດ້ ສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດໜາວເຢັນ ໃນແຕ່ລະພາກ ແລະ ໜາວເຢັນຫລາຍຢູ່ບັນດາແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ແລະ ມີຝົນຕົກໃນລະດັບ ຄ່ອຍຢູ່ບາງທ້ອງຖິ່ນ.

ພະຍາກອນອາກາດ ເວລາ 7:00 ໂມງວັນທີ 3/1/2023 ເຖິງເວລາ 7:00 ໂມງວັນທີ 4/1/2023
-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 08-21 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດໜາວເຢັນ ຫາໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 12-26 ອົງສາ.

-ນະຄອນຫລວງວຽງຈັນ: ມີເຝື້ອປົກຄຸມເປັນສ່ວນຫລາຍ ອາກາດ ໜາວເຢັນ ອຸນຫະພູມໃນລະຫວ່າງ 16-29 ອົງສາ.
-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ມີເຝື້ອປົກຄຸມເປັນສ່ວນຫລາຍ ອາກາດເຢັນ ຫາ ໜາວເຢັນ ແລະ ມີລົມ ພັດແຮງຢູ່ບາງທ້ອງຖິ່ນ ແຂວງຄໍາມ່ວນ ແລະ ສະຫວັນນະເຂດ. ອຸນຫະພູມໃນລະຫວ່າງ 19-30 ອົງສາ.

-ແຂວງໄຊສົມບູນ: ອາກາດໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມ ໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 05-22 ອົງສາ.
-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ມີເຝື້ອ ປົກຄຸມເປັນສ່ວນຫລາຍ ອາກາດເຢັນ ຫາ ໜາວເຢັນ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 18-31 ອົງສາ.
-ເຂດພູພຽງບໍລະເວນ: ອາກາດໜາວເຢັນ ແລະ ຈະມີຝົນຕົກໃນລະດັບ ຄ່ອຍ. ອຸນຫະພູມໃນລະຫວ່າງ 10-22 ອົງສາ.
1 Share
Like
Comment
Share