ໃນໄລຍະບຸນປີໃຫມ່ສາກົນ ຄສ 2023 ທີ່ຈະມາຮອດນີ້ ບັນດານັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ກໍ່ພາກັນຂຶ້ນແຜນມາທ່ຽວ ມາເຮັດບຸນ ມາພັກຜ່ອນ ທີ່ຫລວງພຣະບາງກັນຢ່າງຫລວງຫລາຍ
ສາວຕັກບົງກົດ ພາຄອບຄົວ ທັງເຈົ້າສົວບຸນໄຊ ສາມີ ແລະນ້ອງເຂົ້າຫອມ ມາທ່ຽວຫລວງພະບາງໄລຍະສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່.
ເຫັນວິວໃສ່ບາດຍາມເຊົ້າທັ້ງຄອບຄົວຄືມີຄວາມສຸກສຸດໆ ຄອບຄົວໜ້າຮັກມີຢອກກັນເບົາໃຫ້ຫລາຍຄົນອິດສາອີກ.
ສາວຕັກບອກວ່າ ມາຫລວງພະບາງນອກຈາກບັນຍາກາດດີ ຄົນທີ່ນັ້ນຕ້ອນຮັບຍີ້ມແຍ້ມແຈ່ມໃສແລ້ວອາຫານຍັງແຊບໆ.
ຄອບຄົວສາວຕັກມາຊຸດນີ້ລອງຫລາຍເມນູ ທັງເອາະເຫັດ, ຕຳໝາກຫຸ່ງ,ເຂົ້າກ່ຳໜຽວ ແຕ່ອັນທີ່ມັກສຸດຄືສະລ່າຍນ້ຳຂອງແຮແຮ ກໍໄຄແພ່ນນັ້ນລະເພິ່ນຕັ້ງຊື່ໃໝ່ໃຫ້
.
.
ຂໍໃຫ້ທ່ຽວມີຄວາມສຸດເດີ້